ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບ  ລາງວັນ “ຜູ້ນໍາອາຊຽນ ດີເດັ່ນ ປະຈໍາປີ 2024 (Distinguished ASEAN Leader Award) ຊົມເຊີຍຜົນງານຂອງທ່ານໃນການປະກອບສ່ວນສ້າງສາພັດທະນາ ສປປ ລາວ ແລະ ປະກອບສ່ວນເຂົ້າໃນວຽກງານອາຊຽນ ໃນໄລຍະຜ່ານມາ ລວມທັງການເປັນປະທານອາຊຽນຂອງ ສປປ ລາວໃນປີ 2024.

ມີພິທີມອບລາງວັນ “ຜູ້ນໍາອາຊຽນ ດີເດັ່ນ ປະຈໍາປີ 2024 (Distinguished ASEAN Leader Award) ໃຫ້ແກ່  ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຂຶ້ນໃນວັນທີ 16 ກັນຍາ 2024 ໃນໂອກາດກອງປະຊຸມເວທີປຶກສາຫາລື ກ່ຽວກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum) ທີ່ ນະຄອນຫຼວງວຽງຈັນ. 

ທ່ານ ຕັນ ສຣິ ມາຈິດ ຄັນ (Tan Sri Majid Khan), ປະທານສະຖາບັນຍຸດທະສາດອາຊີ- ປາຊີຟິກ ໄດ້ຕາງໜ້າໃຫ້ກອງປະຊຸມປຶກສາຫາລື ກ່ຽວກັບການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ເປັນຜູ້ມອບລາງວັນ ຜູ້ນໍາອາຊຽນດີເດັ່ນ ປະຈໍາປີ 2024 ໃຫ້ແກ່ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.

ລາງວັນຜູ້ນຳອາຊຽນດີເດັ່ນ ເປັນລາງວັນທີ່ມີ​ຄວາມ​ໝາຍ​ສຳ​ຄັນຂອງສະຖາບັນຍຸດທະສາດອາຊີ-ປາຊີຟິກ ມອບໃຫ້ຜູ້ນໍາຂອງອາຊຽນ ທີ່ມີຜົນງານໃນການປະຕິບັດໜ້າທີ່ຂອງຕົນ

ໃນປີ 2019, ພະນະທ່ານ ທອງລຸນ ສີສຸລິດ ໃນເວລານັ້ນເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບລາງວັນ “ຜູ້ນໍາອາຊຽນ ທີ່ມີຜົນສໍາເລັດດີເດັ່ນ (Distinguished ASEAN Leader Lifetime Achievement Award)”

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຖາບັນຍຸດທະສາດອາຊີ-ປາຊີຟິກ ແລະ ສະໂມສອນເສດຖະກິດອາຊຽນ ທີ່ໄດ້ມອບລາງວັນທີ່ສໍາຄັນດັ່ງກ່າວ ເຊິ່ງບໍ່ພຽງແຕ່ເປັນລາງວັນທີ່ເປັນການຊົມເຊີຍຜົນງານຂອງທ່ານນາຍົກລັດຖະມົນຕີເທົ່ານັ້ນ, ແຕ່ຍັງເປັນລາງວັນທີ່ຮັບຮູ້ ແລະ ຊົມເຊີຍການປະກອບສ່ວນຂອງປະຊາຊົນລາວ ເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນຕະຫຼອດໄລຍະຜ່ານມາ. 

ທ່ານ ສອນໄຊ ສີພັນດອນກ່າວວ່າ:  ລາງວັນຜູ້ນໍາອາຊຽນດີເດັ່ນ ປາຊີຟິກ,ທີ່ຈັດຂຶ້ນໂດຍສະຖານບັນຍຸດທະສາດອາຊີ- ເປັນລາງວັນທີ່ມີຄວາມໝາຍສໍາຄັນ ທີ່ໄດ້ມອບໃຫ້ບັນດາຜູ້ນໍາຂອງບັນດາປະເທດສະມາຊິກອາຊຽນໃນໄລຍະຜ່ານມາ, ເປັນລາງວັນທີ່ສະແດງໃຫ້ເຫັນເຖິງວິໄສທັດໃນການຈັດຕັ້ງນໍາພາປະເທດຊາດໃຫ້ກ້າວໄປສູ່ ເປົ້າໝາຍທີ່ວາງໄວ້ ໂດຍອີງໃສ່ສະພາບເງື່ອນໄຂໃນການພັດທະນາເສດຖະກິດໃນແຕ່ລະໄລຍະຂອງແຕ່ລະປະເທດສະມາຊິກອາຊຽນ. ເຊິ່ງລາງວັນຜູ້ນໍາອາຊຽນດີເດັ່ນນີ້ ແມ່ນມີຄວາມໝາຍສໍາຄັນບໍ່ສະເພາະພຽງແຕ່ກັບຂ້າພະເຈົ້າເທົ່ານັ້ນ, ແຕ່ຍັງໝາຍເຖິງຜົນງານໂດຍລວມຂອງປະຊາຊົນລາວທັງຊາດໃນການປະກອບສ່ວນດເຂົ້າໃນການສ້າງສາ ແລະ ພັດທະນາປະເທດ ກໍຄືການສະໜັບສະໜູນການຮ່ວມມືອາຊຽນ ເພື່ອສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມໂຍງເຊື່ອມຈອດ ອາຊຽນກັບຄູ່ຮ່ວມມືພາຍນອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີການພັດທະນາແບບຍືນຍົງ.