ອີງຕາມການລາຍງານຂອງ ຂປລ, ເມື່ອບໍ່ດົນມານີ້, ບໍລິສັດ Silverlake Axis Ltd. (“SAL”) ເຊິ່ງເປັນບໍລິສັດເຕັກໂນໂລຊີຊອບແວ ແລະ ການບໍລິການຊັ້ນນໍາ ຂອງວິສາຫະກິດທີ່ສຸມໃສ່ການບໍລິການທາງດ້ານການເງິນ ໄດ້ເຊັນສັນຍາຮ່ວມມືກັບ ທະນາຄານ Lao BullionBank  ເພື່ອສ້າງຄັງສໍາຮອງຄໍາ ແລະ ສົ່ງເສີມຄວາມໝັ້ນຄົງດານການເງິນ ຢູ່ ສປປ ລາວ ພາຍຫຼັງທີ່ໄດ້ ມີການຮ່ວມມືກັບທະນາຄານພົງສະຫວັນ ແລະ ທະນາຄານ RHB.

 ພາຍໃຕ້ຄວາມຮ່ວມມືນີ້, SAL (Silverlake Axis) ຈະນຳເອົາລະບົບແບບ Silverlake Symmetriໄປໃຊ້ກັບທະນາຄານ Lao BullionBank. Silverlake Symmetri ເປັນໜຶ່ງໃນລະບົບ ການແກ້ໄຂບັນຫາການທະນາຄານຊັ້ນນໍາສາກົນໃນປັດຈຸບັນ ເຊິ່ງກວມເອົາທຸກດ້ານຂອງທຸລະກິດທະນາຄານ, ວິທີການແກ້ໄຂບັນຫາດັ່ງກ່າວເຮັດໜ້າທີ່ຊ່ວຍໃຫ້ທະນາຄານ ສາມາດປັບປຸງລະບົບຫລັກໃຫ້ທັນສະໄໝ ແລະ ບໍລິຫານຈັດການ ການຂະຫຍາຍຕົວ ໂດຍສາມາດຮັກສາຕົ້ນທຶນຄ່າໃຊ້ຈ່າຍທີ່ຕ່ຳໄດ້.

ທ່ານ ຈັນທອນ ສິດຖິໄຊ ປະທານທະນາຄານລາວ Lao BullionBank ໄດ້ກ່າວວ່າ: ໃນຖານະທີ່ເປັນທະນາຄານແຫ່ງທໍາອິດ ທີ່ອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍຄໍາໃນລາວ, ການກໍ່ຕັ້ງທະນາຄານລາວ Lao BullionBank ຖືເປັນຊ່ວງເວລາສຳຄັນສຳລັບ ລະບົບການເງິນຂອງປະເທດ ເຊິ່ງຈະຊ່ວຍໃຫ້ທັງນິຕິບຸກຄົນ ແລະນັກທຸລະກິດ ສາມາດຝາກ ແລະ ຊື້ຂາຍຄຳໄດ້ຢ່າງປອດໄພ, ພວກເຮົາໝັ້ນໃຈວ່າ ການຮ່ວມມືກັບບໍລິສັດSilverlake Axis ຈະຊ່ວຍໃຫ້ພວກເຮົາບັນລຸພາລະກິດຂອງພວກເຮົາ ໃນການປະກອບສ່ວນເຂົ້າໃນການສ້າງ ສະຖຽນລະພາບໃຫ້ກັບຄ່າເງິນກີບ ແລະ ເສດຖະກິດໂດຍລວມດ້ວຍການສ້າງມາດຕະຖານການການຊື້ຂາຍຄໍາຕາມມາດຕະຖານສາກົນ. ພວກເຮົາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ວິໄສທັດຂອງລັດຖະບານ ໃນການເພິ່ງພາຕົນເອງທາງດ້ານເສດຖະກິດ ແລະ ການຂະຫຍາຍຕົວແບບຍືນຍົງ.

 ການຮ່ວມມືດັ່ງກ່າວ, ກໍເພື່ອສະໜັບສະໜູນເປົ້າໝາຍຂອງທະນາຄານ Lao BullionBank ໃນການສ້າງຄັງຄຳສຳຮອງຢູ່ປະເທດລາວ, ເພີ່ມທະວີຄວາມໝັ້ນຄົງດ້ານການເງິນຂອງປະເທດ ແລະ ເສີມຂະຫຍາຍເສດຖະກິດໃຫ້ມີຄວາມເຂັ້ນແຂງ. ເນື່ອງຈາກທະນາຄານ ມີແຜນທີ່ຈະດໍາເນີນທຸລະກິດຢ່າງເຕັມຮູບແບບໃນທ້າຍປີນີ້, Silverlake Axis ຈະຊ່ວຍໃຫ້ລູກຄ້າ ຊື້-ຂາຍຄໍາໄດ້ຢ່າງສະດວກສະບາຍ ແລະສາມາດໃຊ້ບໍລິການທາງດ້ານການເງິນອື່ນໆທີ່ທະນາຄານໄດ້ນຳສະເໜີ ເຊິ່ງຈະຊ່ວຍເສີມຂະຫຍາຍບົດບາດຂອງທະນາຄານ ໃນຖານະສະຖາບັນສູນກາງໃນຕະຫຼາດຄໍາ. ສິ່ງດັ່ງກ່າວ, ຈະເຮັດໃຫ້ທະນາຄານສາມາດສ້າງມາດຕະຖານການຄ້າ ແລະ ການລົງທຶນຄຳ, ເພີ່ມການດຶງດູດບັນດາຜູ້ຖືຮຸ້ນ ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ Cassandra Goh, ຜູ້ອຳນວຍການໃຫຍ່ຂອງກຸ່ມ ແລະ ຮອງປະທານບໍລິຫານຂອງ SAL ໄດ້ກ່າວວ່າ: ເຖິງແມ່ນວ່າອຸດສາຫະກຳນີ້, ຈະຢູ່ໃນຊ່ວງເລີ່ມຕົ້ນຂອງການພັດທະນາ, ແຕ່ພວກເຮົາກຳລັງເຫັນການປ່ຽນແປງ ໄປສູ່ທະນາຄານແບບດີຈິຕອນ ດ້ວຍການສະໜັບສະໜູນຢ່າງຕັ້ງໜ້າຈາກພາກລັດ. ຈາກໂອກາດທີ່ຈະເພີ່ມການສະໜັບສະໜູນນີ້ ດ້ວຍຮູບແບບການແກ້ໄຂຕ່າງໆຂອງພວກເຮົາ ພ້ອມກັບປະຫວັດຜົນງານທີ່ຍາວນານ ເຮັດໃຫ້ ສປປ ລາວເປັນຕະຫຼາດທີ່ໜ້າສົນໃຈສໍາລັບພວກເຮົາ.

ນັບວ່າເປັນການຮ່ວມມືຄັ້ງທີ 3 ຂອງSAL ຢູ່ໃນປະເທດລາວ ແລະ ເປັນການຮ່ວມມືໃໝ່ຄັ້ງທຳອິດ ຂອງບໍລິສັດໃນຮອບທົດສະວັດ, ຖັດຈາກທະນາຄານພົງສະຫວັນ ແລະ ທະນາຄານ RHB. ໃນຂົງເຂດອາຊີຕາເວັນອອກສຽງໃຕ້, ບໍລິສັດໄດ້ມີຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນການເພີ່ມກິດຈະກຳທາງທຸລະກິດ ແລະ ເຂົ້າສູ່ຕະ ຫຼາດໃໝ່ໆ. ເມື່ອບໍ່ດົນຜ່ານມານີ້, SAL ໄດ້ຂະຫຍາຍທຸລະກິດໃນ ກຳປູເຈຍ ແລະ ຫວຽດນາມ ດ້ວຍການຮ່ວມມືກັບກຸ່ມບໍລິສັດ Chip Mong (ປະເທດກຳປູເຈຍ) ແລະ KMS Solutions (ປະເທດຫວຽດນາມ) ພາຍໃຕ້ການນຳພາຂອງຜູ້ບໍລິຫານຄົນໃໝ່, SAL ມີແຜນທີ່ຈະຂະຫຍາຍຂອບເຂດການແກ້ໄຂບັນຫາທີ່ມີຢູ່ເພື່ອຕອບສະໜອງຕໍ່ຄວາມທ້າທາຍທີ່ຫຼາກຫຼາຍໃນອຸດສາຫະກໍາຕ່າງໆໃນຂົງເຂດນີ້ອີກດ້ວຍ.

ທີ່ມາ: ຂປລ

https://www.facebook.com/photo/?fbid=983682067119433&set=a.679715220849454