ໃນວັນທີ 7 ສິງຫາ ທີ່ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ເຊັນສັນຍາຮ່ວມຮຸ້ນ  ກັບ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ເພື່ອເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດ ການເງິນຂອງຊາດ. ແຕ່ການສ້າງຕັ້ງທະນາຄານຄຳຂອງ ສປປ ລາວ ຄັ້ງນີ້ ຈະເຂົ້າມາເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດ ການເງິນຂອງຊາດ ໄດ້ແນວໃດ.

ຄຳ ມີບົດບາດສຳຄັນໃນລະບົບເສດຖະກິດ ແນວໃດ?

ຄຳ ຖືເປັນຊັບສິນທີ່ມີບົດບາດສຳຄັນໃນລະບົບເສດຖະກິດຢ່າງຫຼວງຫຼາຍ ໂດຍເຮັດໜ້າທີ່ເປັນສື່ກາງໃນການແລກປ່ຽນຄໍາ ແລະ ເປັນສິນຊັບທາງດ້ານການເງິນໜຶ່ງທີ່ສາມາດກຳນົດຄຸນຄ່າຂອງເງິນໄດ້, ໃນປັດຈຸບັນ ການໃຊ້ຄຳເປັນມາດຕະຖານໃນການແລກປ່ຽນ ໄດ້ຊ່ວຍສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ ເນື່ອງຈາກວ່າຄຳ ເປັນສິນຊັບທີ່ມີມູນຄ່າຄົງທີ່ ແລະ ສາມາດຜະລິດໄດ້ໃນປະລິມານທີ່ຈຳກັດ.

ໃນປັດຈຸບັນ ຄຳຍັງມີບົດບາດສຳຄັນ ເຖິງແມ່ນວ່າລະບົບເສດຖະກິດສ່ວນໃຫຍ່ບໍ່ໄດ້ໃຊ້ຄຳເປັນມາດຕະຖານ ໃນການແລກປ່ຽນ ແຕ່ທະນາຄານກາງໃນທົ່ວໂລກ ກໍຍັງຮັກສາ ຄຳ ໃຫ້ເປັນສ່ວນໜຶ່ງຂອງຄັງເງິນຕາສຳຮອງຂອງປະເທດ ເຊິ່ງຊ່ວຍເສີມສ້າງຄວາມເຊື່ອໝັ້ນ ໃນລະບົບການເງິນ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດ ມະຫາພາກ ໂດຍສະເພາະແມ່ນ ຮັກສາອັດຕາແລກປ່ຽນຂອງປະເທດນັ້ນໆ ໃຫ້ມີສະຖຽນລະພາບ ແລະ ຄວບຄຸມລາຄາສິນຄ້າ ແລະ ບໍລິການ, ອັດຕາເງິນເຟີ້ ໃຫ້ຄວບຄູ່ກັບການເຕີບໂຕທາງດ້ານເສດຖະກິດ ຄຸ້ມຄອງ ບໍລິຫານໜີ້ສິນຢ່າງມີປະສິດທິພາບ ໂດຍໃຊ້ຄຳ ເປັນຫຼັກຄໍ້າປະກັນ ໃນການກູ້ຢືມບັນດາສິນເຊື່ອສາກົນ ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມເຊື່ອໝັ້ນໃນລະດັບພາກພື້ນ ແລະ ສາກົນໃຫ້ສູງຂຶ້ນໄດ້.

ພ້ອມກັນນີ້ ໃນສະພາບການທີ່ມີຄວາມສ່ຽງ ແລະ ຄວາມຂັດແຍ່ງລະຫວ່າງປະເທດ ແລະ ຄວາມບໍ່ແນ່ນອນທາງດ້ານ ເສດຖະກິດ ແລະ ການເງິນໂລກ ຄຳ ໄດ້ກາຍເປັນສິນຊັບທີ່ປອດໄພ ແລະ ຄວາມຕ້ອງການສູງ ໃນການຊື້ຂາຍແລກປ່ຽນ ແຕ່ລະໄລຍະ.

ທະນາຄານຄຳ ຂອງ ສປປ ລາວ

ສປປ ລາວ ຖືເປັນປະເທດທີ່ມີຂະໜາດເສດຖະກິດທີ່ນ້ອຍ ແລະ ເອື່ອຍອີງພາຍນອກເປັນສ່ວນໃຫຍ່ ເຮັດໃຫ້ເປັນເສດຖະກິດທີ່ມີຄວາມເບາະບາງ ເຮັດໃຫ້ສາມາດຮັບຜົນກະທົບຈາກພາຍນອກໄດ້ງ່າຍ ເປັນຕົ້ນແມ່ນຄວາມຂັດແຍ່ງລະຫວ່າງປະເທດ ມະຫາອຳນາດ ສະພາບຄວາມບໍ່ແນ່ນອນຂອງ ເສດຖະກິດ ການເງິນໂລກ ການເພີ່ມຂຶ້ນຂອງລາຄາສິນຄ້າ ຍຸດທະສາດ ຕ່າງໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດການເງິນຂອງຊາດ ແລະ ການດຳລົງຊີວິດຂອງປະຊາຊົນລາວຢ່າງຫຼວງຫຼາຍ.

ສປປ ລາວ ເປັນໜຶ່ງໃນປະເທດອັນດັບຕົ້ນໆຂອງໂລກ ດ້ານການຂຸດຄົ້ນ ແລະ ຜະລິດຄຳ; ເປັນອັນດັບ 3 ຂອງ ASEAN ແລະ ອັນດັບ 6 ໃນທະວີບອາຊີ, ຜ່ານການສໍາຫຼວດເບື້ອງຕົ້ນ ເຊິ່ງຄາດຄະເນວ່າ ມີແຮ່ຄໍາທີ່ຍັງບໍ່ໄດ້ຖືກຂຸດຄົ້ນ ປະມານ 500-1,000 ໂຕນ ແລະ ຫາກໄດ້ຮັບການອອກໃບຢັ້ງຢືນບົດລາຍງານ ເຊິ່ງຮັບຮອງ ຈາກສາກົນ ໂດຍສະເພາະໜ່ວຍງານສຶກສາສໍາຫຼວດບໍ່ເເຮ່ ທີ່ກ່ຽວຂ້ອງແລ້ວນັ້ນ, ຈະສາມາດ ຕີມູນຄ່າມາເພີ່ມທະວີ ປະລິມານຄັງສຳຮອງພາຍໃນປະເທດໄດ້ເຖິງ 50 – 76 ຕື້ ໂດລາສະຫະລັດ ເພື່ອເພີ່ມສະພາບຄ່ອງ ດ້ານການເງິນ ແລະ ເປັນແຫຼ່ງທຶນຮອນເຂົ້າມານຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດ ດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດ ຂອງປະເທດໃຫ້ນັບມື້ນັບຈະເລີນກ້າວໜ້າ.

ດ້ວຍທ່າແຮງຂອງ ສປປ ລາວ ທີ່ອຸດົມໄປດ້ວຍຊັບພະຍາກອນ ແຮ່ຄຳ ແລະ ຈຸດທີ່ຕັ້ງທາງດ້ານພູມສາດ ແລະ ຍຸດທະຍາດ ການສ້າງຕັ້ງທະນາຄານຄຳ ຈຶ່ງຈະເປັນປັດໄຈສຳຄັນໃນການກະຕຸກຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ໂດຍເປັນການກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວ ໃຫ້ໄດ້ມາດຕະຖານ ການເປັນສູນກາງ ຕະຫຼາດການຄ້າ ແລະ ການລົງທຶນໃນຄຳ ຂອງພາກພື້ນ ແລະ ສາກົນ. ຫັນປະເທດໄປສູ່ ປະເທດທີ່ເສດຖະກິດ ເປັນເອກະລາດ ເປັນເຈົ້າຕົນເອງ.

ໃນພິທີ ກາານເຊັນສັນຍາ ສ້າງຕັ້ງທະນາຄານຄຳ ທີ່ຜ່ານມາ, ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: “ການສ້າງຕັ້ງທະນາຄານຄຳ ຄັ້ງນີ້ ແມ່ນເພື່ອໃຫ້ເປັນ ແຫຼ່ງສຳຮອງຄຳ ເພື່ອຄໍ້າປະກັນທາງດ້ານການເງິນ ການຄັງ, ສ້າງສະຖຽນລະພາບທາງດ້ານເສດຖະກິດລາວ ໂດຍຜ່ານກົນໄກ ການບໍລິຫານຈັດການຊັບພະຍາກອນທີ່ມີທ່າແຮງເຊັ່ນຄຳ ແລະ ແຮ່ຄຳ ທີ່ມີຄວາມອຸດົມສົມບູນ, ເອົາຈຸດແຂງສ້າງເປັນຈຸດຂາຍ ຈົນກາຍເປັນຕະຫຼາດກາງໃນການແລກປ່ຽນຊື້ຂາຍ ຄຳ, ແຮ່ຄຳ ໃນລະດັບພາກພື້ນ ແລະ ສາກົນ”.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association (LBMA) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ  ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນນະພາບຄຳ ໃຫ້ເປັນລະດັບສາກົນ (LBMA) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງ ໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບ ໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.