ຄົນອາຊີ ເສຍຊີວິດກ່ອນໄວ ຫຼາຍທີ່ສຸດໃນໂລກ ເຫດຈາກມົນລະພິດທາງອາກາດ


ຜົນວິໄຈຈາກມະຫາວິທະຍາໄລເຕັກໂນໂລຊີນັນຍາງຂອງປະເທດ ສິງກະໂປ ໄດ້ອອກມາເປີດເຜີຍວ່າ ຄົນອາຊີມີຈຳນວນຜູ້ເສຍຊີວິດກ່ອນໄວຫຼາຍທີ່ສຸດໃນໂລກ ສາເຫດມາຈາກຝຸ່ນມົນລະພິດທາງອາກາດ PM2.5 ທີ່ຮຸນແຮງຫຼາຍຂຶ້ນໃນຮອບ 40 ປີທີ່ຜ່ານມາ.

ໂດຍຜົນການສຶກສາຂອງນັກວິໄຈມະຫາໄລເຕັກໂນໂລຊີນັນຍາງໃນປະເທດສິງກະໂປພົບວ່າການເພີ່ມຂຶ້ນຂອງປະລິມານ PM2.5 ໃນອາກາດໃນໄລຍະ 40 ປີທີ່ຜ່ານມາ ມີຄວາມກ່ຽວຂ້ອງກັບການເສຍຊີວິດກ່ອນໄວຂອງຄົນປະມານ 135 ລ້ານຄົນທົ່ວໂລກ ແລະ ພົບວ່າທະວີບອາຊີ ມີຜູ້ເສຍຊີວິດກ່ອນໄວດ້ວຍມົນລະພິດທາງອາກາດຫຼາຍທີ່ສຸດໃນໂລກໃນໄລຍະປີ 1980-2020.

ໂດຍການສຶກສາໃນຄັ້ງນີ້ນິຍາມການເສຍຊີວິດກ່ອນໄວ ໝາຍເຖິງການເສຍຊີວິດທີ່ເກີດຂຶ້ນໄວກວ່າທີ່ຄາດໄວ້ໂດຍພິຈາລະນາຈາກອາຍຸໄຂທີ່ສະເລ່ຍ ເຊິ່ງການເສຍຊີວິດດັ່ງກ່າວມາຈາກສາເຫດທີ່ປ້ອງກັນ ຫຼື ປິ່ນປົວໄດ້ ເຊັ່ນ ໂຣກຕ່າງໆ ລວມໄປຮອດປັດໄຈດ້ານສິ່ງແວດລ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/