ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮຽກຮ້ອງໃຫ້ ພາກລັດ ແລະ ພາກທຸລະກິດ ຕ້ອງຮ່ວມມືກັນຢ່າງເລິກເຊິ່ງ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ແລະ ສິ່ງທ້າທາຍໃນປັດຈຸບັນ.

ຄຳເຫັນດັ່ງກ່າວມີຂຶ້ນ ໃນກອງປະຊຸມ ສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ທີ່ຈັດຂຶ້ນໃນວັນທີ 8 ຕຸລາ 2024 ທີ່ຜ່ານມາ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ, ທຸຕານຸທູດ ແລະ ບັນດາຜູ້ນໍາທຸລະກິດທັງຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມປະມານ 700 ກວ່າທ່ານ.

ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງພາກລັດ ແລະ ພາກເອກະຊົນ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການປະກອບສ່ວນເຂົ້າການພັດທະນາແບບຍືນຍົງ ກໍຄືການແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນທັງໃນປັດຈຸບັນ ແລະ ອະນາຄົດ, ເຊິ່ງການຮ່ວມມືລະຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງດູດເອົາການຄ້າ ແລະ ການລົງທຶນໃໝ່ເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ເພື່ອສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງສາມາດຕ້ານທານ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດຖະກິດຖົດຖອຍ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ພ້ອມນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍັງເຫັນວ່າການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນດາລັດຖະບານຂອງບັນດາປະເທດອາຊຽນ ແລະ ພາກທຸລະກິດຈະປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາທີ່ຍືນຍົງ ຊຶ່ງບໍ່ພຽງແຕ່ຈະເປັນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຕະຫຼາດໃໝ່ ແລະ ສ້າງໂອກາດໃໝ່ໃຫ້ແກ່ການພັດທະນານະວັດຕະກໍາໃໝ່ໆ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການດໍາເນີນນະໂຍບາຍການ        ພັດທະນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍສະເພາະແມ່ນການລົງທຶນດ້ານພະລັງງານສະອາດ ຢູ່ ສປປ ລາວ ແມ່ນມີທ່າແຮງມະຫາສານ, ໂດຍໃນປັດຈຸບັນ, 97% ຂອງພະລັງງານທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ, ແລະ ພະລັງງານລົມ.

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມສຸດຍອດຂອງພາກທຸລະກິດອາຊຽນ ຈັດຂື້ນທຸກໆປີຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ, ເຊິ່ງເປັນເວທີທີ່ສໍາຄັນເພື່ອແລກປ່ຽນຄໍາຄິດເຫັນ ໃນການຫາຊ່ອງທາງເພີ່ມທະວີການຮ່ວມມືດ້ານເສດຖະກິດໃນອາຊຽນ ແລະ ໃນໂລກ ກໍຄືການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກພາກລັດ ແລະ ພາກທຸລະກິດ.