XPeng ຜູ້ຜະລິດລົດໄຟຟ້າຂອງຈີນ ທົດສອບລົດບິນໄດ້ ທີ່ບິນຂຶ້ນບິນລົງແທ້ໆ ບໍ່ແມ່ນການໃຊ້ພາບຈຳລອງ

XPeng

ຕະຫຼອດໄລຍະທີ່ຜ່ານມາ ການເວົ້າເຖິງລົດບິນໄດ້ ເປັນສິ່ງໜ້າຕື່ນເຕັ້ນຕະຫຼອດສຳລັບມະນຸດເຮົາ ແລະ ຫຼາຍບໍລິສັດຊັ້ນນຳກໍໄດ້ມີການ ພະຍາຍາມພັດທະນາ ລົດບິນໄດ້ ມາຕະຫຼອດ, ແຕ່ກໍຍັງບໍ່ມີບໍລິສັດໃດໄດ້ເຮັດຢ່າງໃກ້ກັບຄວາມຈິງເລີຍ, ສະນັ້ນພວກເຮົາຈຶ່ງມັກເຫັນລົດບິນໄດ້ພຽງແຕ່ຢູ່ໃນຮູບພາບຈຳລອງເທົ່ານັ້ນ ທີ່ຖືກປະມວນຜົນອອກມາເພື່ອໃຫ້ເຫັນເຖິງຄວາມເປັນໄປໄດ້ໃນອະນາຄົດ.

ແຕ່ໃນມື້ນີ້ ໂລກຂອງລົດບິນໄດ້ ຈະກ້າວໄປອີກຂັ້ນໜຶ່ງ ເພາະ Xpeng ຜູ້ຜະລິດລົດໄຟຟ້າລາຍໃຫຍ່ຂອງຈີນ ທີ່ຖືກເອີ້ນວ່າເປັນຄູ່ແຂ່ງຫຼັກຂອງ tesla ກໍາລັງທົດສອບຕົ້ນແບບຂອງລົດບິນໄດ້ ທີ່ທາງບໍລິສັດຕັ້ງຊື່ໃຫ້ມັນວ່າ XPeng X3.

XPeng

ສິ່ງທີ່ XPeng ເຮັດບໍ່ແມ່ນພຽງແຕ່ສະແດງກຣາບຟິກ ຫຼື ພາບຈຳລອງເທົ່ານັ້ນ, ເພາະວ່າ XPeng ໄດ້ສ້າງລົດບິນໄດ້ ເປັນຕົ້ນແບບ ແລະ ແລະ ທົດສອບບິນຂຶ້ນລົງ ທົດສອບເຄື່ອນທີ່ໄປທາງຊ້າຍທາງຂວາ ໃນຄວາມສູງລະດັບ 10 ແມັດ ແລ້ວກັບລົງມາຈອດບ່ອນເກົ່າ.

XPeng

ສໍາລັບ XPeng X3, ນີ້ເປັນຕົ້ນແບບຂອງລົດບິນໄດ້ ຖືກອອກແບບມາເພື່ອບິນຂຶ້ນ ແລະ ລົງຈອດ ໃນແນວຕັ້ງ ອອກແບບມາຈາກແນວຄວາມຄິດທີ່ຕ້ອງການໃຫ້ລົດບິນໄດ້ ເປັນຍານພາຫະນະທີ່ຊ່ວຍຫຼົບໜີຈາກການສັນຈອນທີ່ຕິດຂັດຢູ່ຕາມເສັ້ນທາງ.

XPeng

XPeng X3 ເບິ່ງຄືລົດປົກກະຕິ, ມີລໍ້ ແລະ ພວງມາໄລ ໃນການຂັບຂີ່ຕາມທາງປົກກະຕິ ແຕ່ວ່າມັນມີໃບພັດຂະໜາດໃຫຍ່, ຄ້າຍຄືກັນກັບ ໃບພັດຂອງໂດຣນຂະໜາດໃຫຍ່ຕິດຕັ້ງຢູ່ດ້ານເທິງຂອງຕົວລົດ ເພື່ອເຮັດໃຫ້ລົດຄັນນີ້ ສາມາດບິນຂຶ້ນລົງໄດ້ ນັ້ນເອງ.

ຢ່າງໃດກໍຕາມ ເຖິງແມ່ນວ່າ ລົດບິນໄດ້ຂອງ XPeng ຄັນນີ້ ຈະອອກມາເປັນຮູບເປັນຮ່າງແລ້ວ ແຕ່ກໍບໍ່ໄດ້ໝາຍຄວາມວ່າລົດບິນໄດ້ຄັນນີ້ຈະກາຍເປັນລົດທີ່ຢູ່ໃນສາຍການຜະລິດ ຫຼື ມີການປ່ອຍອອກມາຂາຍໃນໄວໆນີ້. ເພາະບໍລິສັດທີ່ກຳລັງພັດທະນາລົດບິນໄດ້ ຕ່າງຕ້ອງປະເຊີນກັບສິ່ງທ້າທາຍຈໍານວນຫຼາຍບໍ່ວ່າຈະເປັນກົດລະບຽບ, ຂໍ້ບັງຄັບຕ່າງໆ ລວມເຖິງໄລຍະເວລາ ແລະ ງົບປະມານທີ່ສູງ ເຮັດໃຫ້ຫຼາຍບໍລິສັດຕ້ອງຍົກເລີກໂຄງການຂອງລົດບິນໄດ້ໄປຕາມໆກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/