‘X’ ເດີນໜ້າໃຫ້ແຊຣ໌ຄອນເທັນ 18+


‘X’ (Twitter) ສ້າງຄວາມຮືຮາໄດ້ຢ່າງຕໍ່ເນື່ອງ ຫຼັງຈາກການປ່ຽນຜູ້ບໍລິຫານມາເປັນ Elon Musk ເພາະຫຼ້າສຸດແພລັດຟອມ ‘X’ (Twitter) ປະກາດເດີນໜ້າໃຫ້ແຊຣ໌ຄອນເທັນວາບຫວິວ-ເນື້ອຫາສຳລັບຜູ້ໃຫຍ່ 18+ ໂດຍມີນະໂຍບາຍ ອະນຸຍາດໃຫ້ຜູ້ໃຊ້ງານໂພສພາບວາບຫວິວ ແລະ ແຊຣ໌ຄອນເທັນເນື້ອຫາຜູ້ໃຫຍ່ “NSF” (Not Safe For Work).

ຄອນເທັນກ່ຽວກັບພຶດຕິກຳທາງເພດ ທີ່ໄດ້ຮັບຄວາມຍິນຍອມຈາກທຸກຝ່າຍໄດ້ແລ້ວ ແຕ່ມີຂໍ້ມູນວ່າຫ້າມໂພສໃນພື້ນທີ່ທີ່ເຫັນໄດ້ຊັດເຈນ ບໍ່ອະນຸຍາດໃຫ້ໃຊ້ເປັນຮູບໂປຣຟາຍ ຫຼື ຮູບພາບແບນເນີດຳເນີນການພາຍໃຕ້ນະໂຍບາຍຈຳກັດອາຍຸຜູ້ເຂົ້າຊົມ ເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍເຂົ້າເຖິງເນື້ອຫາ.

ສຳລັບຜູ້ໃຊ້ງານຄົນໃດທີ່ຕ້ອງການໂພສພາບ ຫຼື ເນື້ອຫາ 18+ ທາງແພລັດຟອມແນະນຳໃຫ້ປັບການຕັ້ງຄ່າສື່ ເພື່ອໃຫ້ມີການແຈ້ງເຕືອນເນື້ອຫາກ່ອນທີ່ຜູ້ໃຊ້ງານຄົນອື່ນຈະເບິ່ງໄດ້ ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ເດັກນ້ອຍ ຫຼື ຜູ້ທີ່ບໍ່ໄດ້ລະບຸວັນເກີດໃນໂປຣຟາຍເຂົ້າເຖິງເນື້ອຫາຜູ້ໃຫຍ່ເຫຼົ່ານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/