Work-Life Balance ປັບຄວາມສົມດຸນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ


Work-Life Balance ແມ່ນການດຸ່ນດ່ຽງຊີວິດການເຮັດວຽກ ແລະ ຊີວິດສ່ວນຕົວ ເຊິ່ງເປັນສິ່ງທີ່ ໄວຄົນເຮັດວຽກຄວນປະຕິບັດ. ຢ່າງໃດກໍຕາມ, ເຖິງແມ່ນວ່າທຸກຄົນມີ 24 ຊົ່ວໂມງຄືກັນ, ແຕ່ເຮົາສາມາດສ້າງສິ່ງທີ່ເອີ້ນວ່າ: ຄວາມສົມດຸນໃນຊີວິດໃນຮູບແບບທີ່ແຕກຕ່າງກັນ. ບາງຄົນສຸມໃສ່ວຽກເປັນຈຸດສຸມຕົ້ນຕໍ, ບາງ​ຄົນ​ໂຟກັດເວລາສ່ວນໃຫຍ່ເພື່ອ​ດູ​ແລ​ຄອບຄົວ. ໃນຂະນະທີ່ບາງຄົນໃຊ້ເວລາເພື່ອຕາມຫາຄວາມຝັນຂອງຕົນເອງ. ໃນຄວາມເປັນຈິງ, ຄົນເຮົາສາມາດໃຫ້ຄວາມສໍາຄັນກັບທຸກສິ່ງທຸກຢ່າງ. ຂໍພຽງແຕ່ຕ້ອງຮູ້ວິທີການຈັດການເວລາ ເພື່ອສ້າງຄວາມສົມດຸນລະຫວ່າງການເຮັດວຽກ ແລະ ການໃຊ້ຊີວິດ.

ສໍາລັບຄວາມສົມດຸນຊີວິດ, ການເຮັດວຽກ ແລະ ການມີເວລາເຮັດກິດຈະກຳສິ່ງອື່ນ ມັນບໍ່ຈໍາເປັນທີ່ທັງສອງຢ່າງຕ້ອງສະເຫມີກັນ. ມັນຂຶ້ນກັບຄວາມຕ້ອງການ ແລະ ຄວາມພໍໃຈຂອງຄົນເຮົາ. ຖ້າພວກເຮົາຕ້ອງການເຮັດວຽກ 60%, ສ່ວນທີ່ເຫຼືອ 40% ແມ່ນເວລາເຮັດກິດຈະກຳຍາມຫວ່າງ, ໃຊ້ເວລາກັບຄອບຄົວ ຫຼື ເວລາພັດທະນາຕົນເອງ. ທຸກຄົນສາມາດຊອກຫາຈຸດພໍດີຂອງຕົນເອງໄດ້. 

ປະໂຫຍດຂອງ Work-Life Balance

  • ມັນຊ່ວຍໃຫ້ມີຄວາມສຸກໃນຊີວິດຫຼາຍຂຶ້ນ
  • ສຸຂະພາບທາງກາຍ ແລະຈິດໃຈດີຂຶ້ນ
  • ມີການໂຕ້ຕອບທີ່ມີຄຸນະພາບຫຼາຍຂຶ້ນກັບຄົນອ້ອມຂ້າງ.
  • ສັນຈັດເວລາໄດ້ເຮັດຫຼາຍຢ່າງ
  • ວິທີການສ້າງການດຸ່ນດ່ຽງການເຮັດວຽກ – ຊີວິດ
  • ກໍານົດເປົ້າຫມາຍສໍາລັບກິດຈະກໍາປະຈໍາວັນຂອງທ່ານ: ທ່ານຄວນກໍານົດເປົ້າໝາຍ ແລະ ຈັດລໍາດັບການເຮັດວຽກຂອງທ່ານໃນແຕ່ລະມື້ເພື່ອການດຳເນີນຊີວິດປະຈຳວັນຢ່າງມີປະສິດທິພາບ
  • ເຄົາລົບເວລາພັກຜ່ອນຂອງຕົນເອງ: ເມື່ອຮອດເວລາພັກຜ່ອນ, ຢຸດຄິດເລື່ອງວຽກ, ປິດໂທລະສັບມືຖື ໃຊ້ເວລາພັກຜ່ອນໃຫ້ເຕັມທີ່
  • ຮຽນຮູ້ທີ່ຈະປະຕິເສດ ແລະ ຮ້ອງຂໍຄວາມຊ່ວຍເຫຼືອ: ໃນວລາໃດທີ່ເຮົາມີວຽກຫຼາຍຢູ່ແລ້ວ ກໍຄວນບໍ່ຕອບຮັບເອົາໜ້າວຽກໃໝ່ເຂົ້າມາຕື່ມ ຫຼື ກໍລະນີທີ່ໜ້າວຽກເຮົາເຮັດຫຼາຍເກີນໄປ ກໍຄວນຈະຮ້ອງຂໍຄວາມຊ່ວຍເຫຼືອຈາກເພື່ອນຮ່ວມງານ ຫຼື ເຈົ້ານາຍຂອງທ່ານ ເພື່ອຊ່ວຍໃຫ້ທ່ານມີຈະໂຟກັດ ແລະ ເຮັດວຽກທີ່ຮັບຜິດຊອບອອກມາໃຫ້ມີຄຸນະພາບຫຼາຍຂຶ້ນ.
  • ໃຊ້ເວລາກັບຄົນອ້ອມຂ້າງໃຫ້ຫຼາຍຂຶ້ນ: ການຈັດສັນເວລາໃຫ້ກັບຄົນອ້ອມຂ້າງ ຫຼື ຄອບຄົວຂອງເຈົ້າຈະສົ່ງຜົນດີຕໍ່ຄວາມສໍາພັນ ແລະ ຊ່ວຍບັນເທົາຄວາມກົດດັນ. ດັ່ງນັ້ນ, ເຈົ້າບໍ່ຄວນລະເລີຍຄົນອ້ອມຂ້າງທີ່ຄວນໃຫ້ຄວາມສໍາຄັນ.
  • ເບິ່ງແຍງຕົນເອງໃຫ້ຫຼາຍຂຶ້ນ: ທ່ານຄວນຈັດສັນເວລາເພື່ອເບິ່ງແຍງສຸຂະພາບ ເຊັ່ນ: ອອກກຳລັງກາຍ ແລະ ກິນອາຫານທີ່ມີປະໂຫຍດ, ພັກຜ່ອນໃຫ້ພຽງພໍ, ເຮັດກິດຈະກໍາທີ່ທ່ານມັກເພື່ອຜ່ອນຄາຍ. ມັນຈະຊ່ວຍໃຫ້ຮ່າງກາຍ ແລະ ຈິດໃຈຂອງທ່ານແຂງແຮງ ແລະ ກຽມພ້ອມສໍາລັບການເຮັດວຽກ ແລະ ໃຊ້ຊີວິດຢ່າງມີປະສິດທິພາບ.

ອ້າງອີງ:

https://cutt.ly/beyMBLP9

https://cutt.ly/9eyMNS23

https://cutt.ly/ieyMMr1i

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/