WeChat ບໍ່ອະນຸຍາດໃຫ້ເຮັດທຸລະກຳ NFT ເທິງແພລັດຟອມ ພ້ອມກັບສັ່ງແບນບັນຊີທີ່ກ່ຽວຂ້ອງກັບການຊື້ຂາຍ NFT

WeChat

WeChat ຖືໄດ້ວ່າປັນແພລັດຟອມສົ່ງຂໍ້ຄວາມຍອດນິຍົມຄວາມຂະໜາດໃຫຍ່ຂອງຈີນ ເຊິ່ງມີຜູ້ໃຊ້ງານຫຼາຍກວ່າ 1,200 ລ້ານຄົນໃນຈີນ ແລະ ຫຼ້າສຸດນີ້ເບິ່ງຄືວ່າ WeChat ຈະບໍ່ລົງຮອຍກັບ ອຸດສາຫະກຳ NFT ພໍເທົ່າໃດ ເພາະວ່າ WeChat ໄດ້ສັ່ງແບນບັນຊີທີ່ກ່ຽວຂ້ອງກັບການຊື້ຂາຍ NFT.

ໂດຍຖະແຫຼງການຂອງ WeChat ກ່າວວ່າຄວາມເຄື່ອນໄຫວຄັ້ງນີ້ເປັນການຂັດຂວາງການເກັງກຳໄລຈາກບັນຊີຜູ້ໃຊ້ແລະໂປຣແກຣມຂະໜາດນ້ອຍ ອີກທັງປ້ອງກັນຄວາມສ່ຽງທີ່ກ່ຽວຂ້ອງກັບການຊື້ຂາຍເງິນດິຈິຕອນ ໂດຍ WeChat ເນັ້ນຍ້ຳວ່າບໍລິສັດຈະບໍ່ອະນຸຍາດໃຫ້ມີການຊື້ຂາຍ NFT ມືສອງເທິງແພລັດຟອມຂອງຕົນຢ່າງເດັດຂາດ.

WeChat

ທັງນີ້ບັນຊີສາທາລະນະທີ່ຮັບຮອງການຊື້ຂາຍ NFT ຈະຕ້ອງສະແດງຫາຫຼັກຖານກັບ Cyberspace Administration of China ໜ່ວຍງານດ້ານອິນເຕີເນັດຂອງຈີນ ໂດຍ WeChat ກ່າວເສີມວ່າ ມິນິໂປຣແກຣມ ຫຼື ໂປແກຣມຂະໜາດນ້ອຍເທິງແພລັດຟອມຮອງຮັບສະເພາະຂອງສະສົມດິຈິຕອນໃນຖານະ “ຂອງຂວັນ” ແລະ ເປັນສ່ວນໜຶ່ງຂອງນິທັດສະການດິຈິຕອນ.

ການເພີ່ມມາດຕະການບັງຄັບໃຊ້ WeChat ໃຫ້ເຂັ້ມງວດຂຶ້ນເປັນສອງເທົ່າຕາມທັດສະນະຄະຕິທີ່ບໍ່ເຫັນດີດ້ວຍກົດໝາຍຂອງລັດຖະບານຈີນ ພ້ອມເສີມວ່າ ຫາກກວດພົບການຊື້ຂາຍ NFT ຫຼື ບໍ່ປະຕິບັດຕາມ ບັນຊີອາດຖືກແບນຫຼືຖືກລຶບອອກຈາກຕາມຂອບເຂດຂອງການລະເມີດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/