Warner Bros. ຂາດທຶນໄປເກືອບ 200 ລ້ານໂດລາ ກັບຮູບເງົາຫຼ້າສຸດເລື່ອງ The Flash


ເປັນທີ່ຮູ້ກັນດີວ່າຫຼັງຈາກການລາຍໄດ້ເປີດຕົວຂອງຮູບເງົາ The Flash ໃນອາທິດທີ 2 ຕົກລົງຮອດ 72% ອາດຈະເຮັດໃຫ້ທາງ Warner Bros. ຂາດທຶນກັບຮູບເງົາເລື່ອງນີ້ໄປຮອດ 200 ລ້ານໂດລາ ອາດຈະເວົ້າໄດ້ເປັນອີກໜຶ່ງການລົ້ມທີ່ເຈັບໜັກຂອງທາງຄ້າຍ Warner Bros. ອີກດ້ວຍ.

ເຖິງແມ່ນວ່າຮູບເງົາ The Flash ຈະສາມາດເຮັດລາຍໄດ້ເກີນ 200 ລ້ານໂດລາ ແຕ່ວ່າທຶນສ້າງຂອງຮູບເງົາເລື່ອງນີ້ກໍຢູ່ທີ່ 200 ລ້ານໂດລາເຊິ່ງເປັນທຶນສ້າງທີ່ສູງພໍສົມຄວນ ແລະ ຍັງບໍ່ລວມກັບງົບການຕະຫຼາດອີກ 150 ລ້ານໂດລາ, ສະຖານະການຂອງ ຮູບເງົາ The Flash ຈຶ່ງເອີ້ນໄດ້ວ່າ ຫາຍະນະທາງດ້ານການເງິນ ຂອງທາງຄ້າຍ Warner Bros.

ຮູບເງົາ The Flash ເລີ່ມທີ່ຈະສ່ອງແສງຄວາມຫາຍະນະມາຕັ້ງແຕ່ໄລຍະເປີດຕົວໃນອາທິດທຳອິດ ເພາະຄາດການກັນໄວ້ວ່າຮູບເງົາເລື່ອງນີ້ອາດຈະເຮັດລາຍໄດ້ຢູ່ປະມານ 60 – 70 ລ້ານໂດລາ ແຕ່ທຸກຄົນກໍຕ້ອງຕົກຕະລຶງໄປຕາມກັນເມື່ອຮູບເງົາອອກສາຍໃນທາອິດທຳອິດກໍສາມາດເຮັດຫຼາຍໄດ້ໄປພຽງ 55 ລ້ານໂດລາເທົ່ານັ້ນ ຜູ້ຄົນໃນວົງການຈຶ່ງພະຍາຍາມວິເຄາະຫາສາເຫດກັນວ່າ ເປັນຫຍັງຮູບເງົາເລື່ອງນີ້ ຈຶ່ງເຮັດລາຍໄດ້ເປີດຕົວໜ້ອຍເກີນໄປ ເຊິ່ງແນ່ນອນວ່າມັນເປັນໄປໄດ້ຫຼາຍສາເຫດ.

ໂດຍສາເຫດທຳອິດທີ່ຖືກຄາດການໄວ້ຄົງໜີບໍ່ພົ້ນຂ່າວອັນແສນຄາວຂອງນັກສະແດງ Ezra Miller ເຊິ່ງເປັນນັກສະແດງນຳຂອງຮູບເງົາເລື່ອງ ດ້ວຍຂ່າວອັນແສນຄາວໄປທົ່ວວົງການ ແຟນໆຫຼາຍຄົນກໍບອກໃຫ້ປ່ຽນຕົວນັກສະແດງເພື່ອກູ້ອະນາຄົດຂອງຮູບເງົາໄວ້ ແຕ່ທາງຄ້າຍກັບປະກາດທີ່ຈະຢູ່ຄຽງຂ້າງ Ezra Miller ສາເຫດທີ 2 ມາຈາກບັນດານັກວິຈານທີ່ເວົ້າໄປໃນທາງດຽວກັນວ່າຄຸນະພາບຂອງ CGI  ມັນອາດຈະບໍ່ກົງໃຈກັບຖານຄົນເບິ່ງເທົ່າໃດ.

ຢ່າງໃດກໍຕາມທາງ Warner Bros. ອາດຈະຂາດທຶນຈາກຮູບເງົາ The Flash ຢ່າງແນ່ນອນ ຫາກຢາກໄດ້ທຶນຄຶນ ຮູບເງົາເລື່ອງນີ້ຕ້ອງສາມາດເຮັດລາຍໄດ້ເກີນ 500 ລ້ານໂດລາ ເຊິ່ງເບິ່ງຕາມຄວາມເປັນຈິງແລ້ວນັ້ນ ເປັນໄປໄດ້ຍາກຫຼາຍ ທາງ Warner Bros. ເອງຕ້ອງກອບກູ້ສະຖານະການຂອງຄ້າຍກັບມາໃຫ້ໄດ້.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/