Visa ແລະ ບັນດາທະນາຄານຊັ້ນນໍາ ເປີດເຜີຍແຜນການສະໜັບສະໜູນ crypto ເພື່ອດຶງດູກນັກລົງທຶນສະຖາບັນ ຫຼັງຈາກທີ່ລາຄາ Bitcoin ເຮັດ ATH


ໃນໄລຍະທີ່ຜ່ານມາ, ຕະຫຼາດ crypto ໄດ້ມີຄວາມຄຶກຄັກເປັນພິເສດ ຫຼັງຈາກທີ່ Bitcoin ສາມາດສ້າງຂຶ້ນໄປແຕະລະດັບ 70,000 ໂດລາ ເຮັດ ATH ໃໝ່. ສົ່ງຜົນກະທົບຕໍ່ຕະຫຼາດ crypto ໂດຍລວມ ແລະ ດຶງເອົາລາຄາຫຼຽນຫຼັກໆຄື Ethereum ແລະ XRP ເພີ່ມຂຶ້ນຕາມ. ເຮັດໃຫ້ຍອດມູນຄ່າລວມໃນຕະຫຼາດ Crypto ບັນລຸເຖິງ 2.5 ພັນຕື້ໂດລາ

ນັກວິເຄາະບາງຄົນຄາດການວ່າ ອະດີດປະທານາທິບໍດີສະຫະລັດທ່ານ Donald Trump ແລະ Federal Reserve (Fed) ອາດຈະເປັນຕົວກະຕຸ້ນສໍາລັບການເພີ່ມຂຶ້ນຂອງລາຄາຂອງ Bitcoin.

ໃນ​ຂະ​ນະ​ດຽວ​ກັນ ມະຫາເສດຖີ Tesla Elon Musk ໄດ້ອອກມາເຕືອນວ່າ ໂດລາສະຫະລັດ ມີໂອກາດທີ່ຈະພັງທະລາຍລົງ. ເຮັດໃຫ້ເກີດຄວາມກັງວົນຕໍ່ກັບຄວາມໝັ້ນຄົງຂອງລະບົບການເງິນແບບດັ້ງເດີມ.

ຢ່າງໃດກໍຕາມ, ສະຖາບັນການເງິນຊັ້ນນໍາຂອງສະຫະລັດຫຼາຍແຫ່ງໄດ້ເລີ່ມການທົດສອບການຊຳລະເງິນຮູບແບບໃໝ່, ສໍາລັບຊັບສິນທີ່ຈະປ່ຽນເປັນ tokens ດິຈິຕອນ (tokenized assets) ໂດຍຜ່ານເຕັກໂນໂລຊີ shared- ledger ທີ່ເອີ້ນ egulated settlement network ຮ່ວມກັບ Visa ແລະ Mastercard. ນັກວິເຄາະຂອງ Citi ຄາດການວ່າ ລະບົບມີສັກກະຍາພາບເຕີບໂຕເປັນຕະຫຼາດທີ່ມີຂະໜາດ 5 ພັນຕື້ໂດລາພາຍໃນປີ 2030.

ທະນາຄານທີ່ເຂົ້າຮ່ວມໃນການທົດສອບປະກອບມີ JPMorgan, Citi, U.S. Bank ແລະ Wells Fargo. ລະບົບດັ່ງກ່າວໄດ້ຮັບແຮງບັນດານໃຈຈາກເຕັກໂນໂລຊີ blockchain ຂອງ Bitcoin ຊ່ວຍໃຫ້ສາມາດຮັກສາຖານຂໍ້ມູນຮ່ວມກັນໄດ້ໂດຍບໍ່ເພິ່ງພາຕົວກາງ

Raj Thamodran, ຮອງປະທານບໍລິຫານຂອງ Blockchain ແລະ Crypto ຂອງ Mastercard ກ່າວວ່າ “ເຕັກໂນໂລຊີ Blockchain ໄດ້ມີການພັດທະນາຢ່າງຕໍ່ເນື່ອງ. ອົງການຈັດຕັ້ງພາກລັດ ແລະ ເອກະຊົນຕ້ອງຮ່ວມມືກັນຢ່າງໃກ້ຊິດ, ເພື່ອສຶກສາວິທີການນໍາໃຊ້ເຕັກໂນໂລຊີນີ້ເພື່ອແກ້ໄຂບັນຫາຕົວຈິງ ແລະ ພັດທະນາປະສິດທິພາບຍິ່ງຂຶ້ນ”

Larry Fink, CEO ຂອງ BlackRock ບໍລິສັດຄຸ້ມຄອງການລົງທຶນຍັກໃຫຍ່ຂອງໂລກ ມັນໄດ້ຖືກຂະໜານນາມການປ່ຽນແປງສິນຊັບເປັນໂທເຄັນດິຈິຕອນ (tokenization of assets) ວ່າ ເປັນ “ຕະຫຼາດຄົນຮຸ່ນໃໝ່”

Larry Fink ໄດ້ຫັນມາສົນໃຈ bitcoin ແລະ cryptocurrencies ຫຼາຍຂຶ້ນ ໃນປີທີ່ຜ່ານມາ. ເຊິ່ງນີ້ສາມາດເຫັນໄດ້ຈາກການເປີດຕົວ Spot bitcoin ETF ທີ່ປະສົບຜົນສໍາເລັດຢ່າງສູງ.

ແລະໃນໄລຍະຕົ້ນປີນີ້, BlackRock ໄດ້ປະກາດຢ່າງງຽບໆວ່າ ບໍລິສັດໄດ້ເລີ່ມດຳເນີນການໃນ ໄລຍະທີສອງຂອງແຜນການໃນການປະຕິວັດຕະຫຼາດການເງິນດ້ວຍ crypto. ໂດຍການເປີດຕົວກອງທຶນໂທເຄັນດິຈິຕອນສໍາລັບການລົງທຶນໃນ private equity fund

ເຫດການຕ່າງໆ ເຫຼົ່ານີ້ຊີ້ໃຫ້ເຫັນ ຄວາມຕື່ນເຕັ້ນໃນຕະຫຼາດ crypto ນີ້ສະທ້ອນໃຫ້ເຫັນເຖິງຄວາມສົນໃຈທີ່ເພີ່ມຂຶ້ນຈາກນັກລົງທຶນສະຖາບັນ. ຢ່າງໃດກໍຕາມ ຍັງມີຄວາມສ່ຽງແອບແຝງຢູ່ຈາກເຫດການໃນອະນາຄົດ ແລະ ຄວາມຜັນຜວນ​ຂອງ​ເງິນ​ໂດ​ລາ​ສະຫະລັດ.

ທີ່ມາ:

siamblockchain

forbes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/