VietJet ໄດ້ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຢູ່ງານວາງສະແດງການບິນສາກົນ Farnborough 2024


* ຂໍ້ຕົກລົງສໍາລັບເຄື່ອງກົນຈັກ Rolls-Royce ແລະ ການບໍລິການດ້ານພະລັງງານຂອງ A330 Neos 20 ລຳ

* ຂໍ້​ຕົກ​ລົງ​ພິເສດ Total Component Support (TCS) ກັບ Lufthansa Technik ສໍາ​ລັບ​ເຮືອ​ບິນ

(ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2024) – ຫຼັງຈາກສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳທີ່ງານ Farnborough International Airshow ປີ 2024 ແລ້ວ VietJet ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບ Rolls-Royce ແລະ Lufthansa Technik  ຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ. ຈຸດໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນຂອງສາຍການບິນໃຫ້ມີຍືນຍົງ ລວມເຖິງຄວາມເປັນເລີດໃນການປະຕິບັດງານຜ່ານການພົວພັນຄູ່ຮ່ວມມືທາງຍຸດທະສາດ ແລະ ແຜນການຂະຫຍາຍສາຍການບິນ.

​ໃນ​ຂໍ້​ຕົກລົງ​ທີ່​ສຳຄັນ VietJet ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ກັບ Rolls-Royce ​ບໍລິສັດອຸດສາຫະກຳການບິນ​ອະວະກາດ​ຂອງອັງກິດ ​ເພື່ອ​ສັ່ງຊື້​ເຄື່ອງ​ຈັກ Trent 7000 ຈໍານວນ 40 ເຄື່ອງ ພ້ອມກັບ​ການ​ບໍລິການບຳລຸງຮັກສາ​ເຄື່ອງ​ຈັກ Total Care ສຳລັບເຮືອບິນ A330neo ຈໍານວນ 20 ລໍາ ທີ່​ສັ່ງ​ຊື້​ມາໃໝ່ນີ້.

​ເຄື່ອງ​ຈັກ Trent 7000 ຂອງ Rolls-Royce ເປັນເຄື່ອງຈັກທີ່ທັນສະໄໝ ທີ່ມາພ້ອມກັບຄຸນສົມບັດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນຄວາມຍືນຍົງ ດ້ວຍການຈະຊ່ວຍຫຼຸດການໃຊ້ນ້ຳມັນເຊື້ອໄຟດີຂຶ້ນ 14% ຕໍ່ 1 ທີ່ນັ່ງ ສໍາລັບເຮືອບິນ A330neo ການຫຼຸດຜ່ອນການປ່ອຍອາຍມົນລະພິດນີ້ຈະຊ່ວຍໃຫ້ສາຍການບິນສາມາດຫຼີກລ່ຽງກາສກາກບອນ (CO2) ໄດ້ຫຼາຍກວ່າໜຶ່ງແສນໂຕນ ຕະຫຼອດອາຍຸການໃຊ້ງານຂອງເຮືອບິນແຕ່ລະລຳ.

ພາຍໃຕ້ການບໍລິການ Total Care ໄດ້ຜ່ານຂັ້ນຕອນການກວດສະພາບເຄື່ອງຈັກຈາກລະບົບຕິດຕາມທີ່ທັນສະໄໝຂອງ Rolls-Royce. VietJet ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບໃນການປະຕິບັດງານ, ຄວາມໜ້າເຊື່ອຖື ແລະ ຄວາມພ້ອມໃນການໃຊ້ງານຂອງເຄື່ອງຈັກ Trent 7000 ໃນເຮຶອບິນ A330neo.

ທ່ານ Dinh Viet Phuong ຫົວໜ້າຝ່າຍບໍລິຫານ VietJet ໄດ້ກ່າວວ່າ: “ການລວມກັນຂອງເຄື່ອງຈັກ Trent 7000 ທີ່ທັນສະໄໝໃສ່ເຮືອບິນ Airbus A330neo ຮຸ່ນໃໝ່ຫຼ້າສຸດ ພ້ອມກັບການສະໜັບສະໜູນຈາກການບໍລິການລະດັບພຣີມຽມ Total Care ຈະຊ່ວຍໃຫ້ VietJet Air ກ້າວເຂົ້າສູ່ລະດັບເຕັກໂນໂລຊີໃໝ່ໆ ຍົກລະດັບຄຸນະພາບຂອງສາຍການບິນຢ່າງຫຼວງຫຼາຍ, ເພີ່ມຄວາມໜ້າເຊື່ອຖື ແລະ ມີປະສິດທິພາບຂອງການດໍາເນີນງານ. ໂດຍສະເພາະຢ່າງຍິ່ງແມ່ນການເພີ່ມເຄື່ອງຈັກ Rolls-Royce ລຸ້ນໃໝ່ຫຼ້າສຸດທີ່ມີປະສິດທິພາບສູງ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງຂອງ VietJet ດ້ວຍເປົ້າໝາຍ ESG ເພື່ອບັນລຸການປ່ອຍອາຍມົນລະພິດໃຫ້ເປັນສູນ ພາຍໃນປີ 2050.”

VietJet ຍັງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະດັບ​ໂລກ​ໃນ​ງານ Farnborough International Airshow 2024 ​ໂດຍ​ການ​ບັນລຸຂໍໍ້ຕົກລົງ Total Component Support (TCS) ​ແຕ່​ຜູ້​ດຽວ​ກັບບໍລິສັດ Lufthansa Technik ເຊິ່ງເປັນຜູ້​ໃຫ້​ບໍລິການ MRO ຊັ້ນນຳ​ຂອງ​ໂລກ ຂໍ້​ຕົກລົງ​ສະບັບ​ນີ້​ມີ​ຜົນ​ສັກສິດ​ນັບຕັ້ງ​ແຕ່​ເດືອນ​ຕຸລາ ​ປີ 2024 ​ເປັນ​ຕົ້ນໄປ ໂດຍການ​ກຳນົດ​ມາດ​ຕະການ​ໃໝ່​ໃນ​ການ​ຮ່ວມ​ມື​ໄລຍະຍາວລະຫວ່າງ​ສອງ​ບໍລິສັດ.

ພາຍໃຕ້ຂໍ້ຕົກລົງ TCS ບໍລິສັດ Lufthansa Technik ຈະຈັດຫາບໍລິການອາໄຫຼ່ສ່ວນປະກອບສໍາລັບຝູງເຮືອ VietJet ເພື່ອຮັບປະກັນການປະຕິບັດງານຂອງສາຍການບິນທີ່ດີເລີດ ແລະ ມາດຕະຖານການບຳລຸງຮັກສາສູງສຸດ. ຂໍ້ຕົກລົງນີ້ສະແດງເຖິງສັນຍາ TCS ທີ່ໃຫຍ່ທີ່ສຸດຂອງ ບໍລິສັດ Lufthansa Technik ທີ່ໄດ້ຮັບປະກັນໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນຂະນະທີ່ Rolls-Royce ເປັນບໍລິສັດການບິນອະວະກາດທີ່ມີຊື່ສຽງຂອງອັງກິດ ເຊີ່ງມີປະຫວັດອັນຍາວນານຕັ້ງແຕ່ປີ 1904 ເຊັ່ນດຽວກັນກັບບໍລິສັດ Lufthansa Technik ເປັນຜູ້ນໍາລະດັບໂລກໃນການບໍລິການດ້ານເຕັກນິກເຮືອບິນ ເຊິ່ງໄດ້ຮັບຄວາມໄວ້ວາງໃຈຈາກສາຍການບິນຕ່າງໆ ທີ່ກຳລັງຊອກຫາ MRO ຊັ້ນນໍາ.

VietJet ສືບຕໍ່ລົງທຶນໃນການຈັດການ ແລະ ການບໍລິການດ້ານເຕັກໂນໂລຊີການບິນຂັ້ນສູງຮ່ວມມືກັບ Rolls-Royce ກຸ່ມບໍລິສັດ Lufthansa Technik ແລະ ບັນດາຄູ່ຮ່ວມມືດ້ານການບິນຊັ້ນນໍາຂອງໂລກ ເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ຄຸນະພາບສູງສຸດ ສາຍ​ການ​ບິນ​ໄດ້ມຸ່ງໝັ້ນ​ຂະ​ຫຍາຍ​ເຮືອ​ບິນ​ຢ່າງ​ສະໝ່ຳສະ​ເໝີ​​ດ້ວຍ​ເຮືອ​ບິນທີ່ມີປະສິດທິພາບ ປະຢັດ​ນ້ຳ​ມັນ​ເຊື້ອ​ໄຟ​ ທີ່ມີ​ອັດ​ຕາ​ຄວາມ​ໜ້າ​ເຊື່ອ​ຖື​ ດ້ານ​ເຕັກນິກ 99,6% ສົ່ງຜົນໃຫ້ VietJet ເປັນ​ສາຍ​ການ​ບິນ​ແນວໜ້າ​​ໃນ​ພາກ​ພື້ນ ແລະ​ ທົ່ວ​ໂລກ VietJet ໄດ້​ຮັບ​ລາງວັນ​ຄວາມ​ປອດ​ໄພ​ລະດັບ 7/7 ດາວ​ ຈາກ Airline Ratings ແລະ​ ໄດ້​ຮັບ​ການຍົກຍ້ອງໃຫ້​ເປັນ​ໜຶ່ງ​ໃນ​ສາຍ​ການ​ບິນ​ລາຄາ​ປະຢັດ​​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ ​ນັບ​ແຕ່​ປີ 2018 ເປັນຕົ້ນມາ.

ສິ່ງດັ່ງກ່າວສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວລາວ ທີ່ມີແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສຳຄັນອື່ນໆ ເຊັ່ນ: ອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ນໆ ໂດຍຜ່ານເສັ້ນທາງໃໝ່ຂອງຖ້ຽວບິນ VietJet ໃນຕົ້ນປີນີ້ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວ ຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/