VietJet ​ແລະ Airbus​ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຊື້​ເຮືອບິນ A330neo ຈຳນວນ 20ລຳ ດ້ວຍ​ມູນ​ຄ່າ 7,4 ຕື້​ໂດ​ລາ​ສະຫະລັດ ຢູ່ທີ່ງານ Farnborough Airshow


( ນະຄອນຫຼວງວຽງຈັນ ວັນທີ 24 ກໍລະກົດ 2024 ) – VietJet ແລະ Airbus ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ຮຸ່ນໃໝ່ຈໍານວນ 20 ລໍາ. ລວມມູນຄ່າທັງໝົດ 7,4 ຕື້ໂດລາສະຫະລັດ (164 ພັນຕື້ກີບ) ຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough ໃນສະຫະລາຊະອານາຈັກ ພິທີ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ມີ​ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

ການລົງນາມສັນຍາຄັ້ງນີ້ ສະແດງໃຫ້ເຫັນເຖິງການເປັນໜຶ່ງໃນຂໍ້ສະເໜີທີ່ໃຫຍ່ທີ່ສຸດໃນງານ Airshow ປີນີ້ ເຮືອບິນທີ່ສັ່ງມາໃໝ່ນີ້ ຈະຖືກນຳໃຊ້ເພື່ອບໍລິການ ການບິນ ໄລຍະການເດີນທາງໄກທີ່ເພີ່ມຂຶ້ນຂອງ VietJet ພ້ອມກັບເສັ້ນທາງທີ່ມີຄວາມຕ້ອງການສູງໃນພາກພື້ນ ເຊິ່ງ VietJet ຈະ​ເອົາມາທົດ​ແທນ​ເຮືອ​ບິນ A330-300 ເປັນເຮຶອບິນປັດຈຸບັນຂອງ VietJet ແລະ​ ສະ​ໜັບ​ສະ​ໜູນ​ແຜນ​ຍຸດ​ທະ​ສາດ​ຂອງ​ສາຍ​ການ​ບິນ​ໃນ​ການ​ຂະ​ຫຍາຍ​ເຄືອ​ຂ່າຍ​ຖ້ຽວ​ບິນຂ້າມ​ທະ​ວີບ​.

ທ່ານ​ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ​ວ່າ: “ເຮືອ​ບິນ A330neo ຮຸ່ນ​ໃໝ່​ສາມາດ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ການ​ບິນ​ຂອງ VietJet ພ້ອມທັງຊຸກ​ຍູ້​ຄວາມ​ສາ​ມາດການ​ດຳ​ເນີນ​ງານ​ຂອງ​ສາຍ​ການ​ບິນ ເພື່ອ​ຊ່ວຍໃນ​ການ​ຂະ​ຫຍາຍ​ຕົວ​ທົ່ວ​ໂລກ ການເປີດຕົວເຮືອບິນ A330neo ທີ່ທັນສະໄໝ ແລະ ປະຢັດນ້ຳມັນໃນບັນດາເຮືອບິນຂອງ VietJet ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາແບບຍືນຍົງ ແລະ ເປັນເປົ້າໝາຍ ESG ຂອງພວກເຮົາ ໂດຍມີເປົ້າໝາຍ ໄປທີ່ການປ່ອຍມົນລະພິດໃຫ້ເປັນສູນ (Net-Zero) ໃນປີ 2050 ຜູ້ໂດຍສານຈະໄດ້ຮັບຄວາມສະດວກສະບາຍໃນຖ້ຽວບິນການເດີນທາງໄກທີ່ປອດໄພ ແລະ ທັນສະໄໝກວ່າ ເຮືອບິນ Airbus ຈະຊ່ວຍໃຫ້ VietJet ມອບໂອກາດໃນການບິນທີ່ຄຸ້ມຄ່າໃຫ້ແກ່ຜູ້ໂດຍສານກວ່າ 200 ລ້ານຄົນ ໃນນັ້ນລວມມີຜູ້ທີ່ເດີນທາງຄັ້ງທຳອິດ ມີການເຊື່ອມໂຍງຕໍ່ປະຊາຊົນ, ປະເທດຊາດ, ທະວີບ, ສົ່ງເສີມການພັດທະນາເສດຖະກິດ ແລະ ການແລກປ່ຽນວັດທະນະທຳ.”

ທ່ານ Benoît de Saint-Exupéry ຮອງປະທານຜູ້ບໍລິຫານຝ່າຍຂາຍ Airbus Commercial Aircraft ກ່າວວ່າ ” ພວກເຮົາມີຄວາມຍິນດີທີ່ຈະສໍາເລັດຄໍາສັ່ງຊື້ທີ່ສໍາຄັນນີ້ໃຫ້ກັບສາຍການບິນທີ່ເຕີບໂຕໄວທີ່ສຸດໃນອາຊີ “

“ ນີ້​ແມ່ນ​ຄະ​ແນນ​ສຽງ​ອີກ​ອັນ​ໜຶ່ງ​ຂອງ​ຄວາມ​ໝັ້ນ​ໃຈ​ຕໍ່​ຜະ​ລິດ​ຕະ​ພັນ Airbus widebody ລຸ້ນ​ຫຼ້າສຸດ ມັນສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງ A330neo ສໍາລັບທຸກປະເພດຂອງຮູບແບບທຸລະກິດ ແລະ ເຄືອຂ່າຍຈາກເສັ້ນທາງພາຍໃນໄປເຖິງພາກພື້ນສູ່ເສັ້ນທາງໄລຍະໄກ ຫ້ອງໂດຍສານ Airspace ທີ່ໄດ້ຮັບຮາງວັນ ຍັງຊ່ວຍໃຫ້ VietJet ສາມາດສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ກັບຜູ້ໂດຍສານ ໂດຍສາມາດປັບຕົວເຂົ້າກັບແຕ່ລະຮູບແບບທຸລະກິດໄດ້ຢ່າງສົມບູນ ສິ່ງນີ້​ຈະ​ເປັນ​ເວທີ​ທີ່​ສົມບູນແບບ ​ສຳລັບ VietJet Air ກັບ​ຜູ້​ໂດຍສານທີ່ຫຼາຍ​ກວ່າ​ເກົ່າ ​ໃນ​ໄລຍະທາງທີ່​ໄກຂຶ້ນ​ແລະ ລາຄາ​ທີ່ປະຢັດ ໃນຂະນະດຽວກັນ ຍັງຫຼຸດຜ່ອນ​ການ​ຊົມ​ໃຊ້​ນ້ຳມັນ​ເຊື້ອ​ໄຟ ​ແລະ ການ​ປ່ອຍ​ມົນລະພິດ​ກາກ​ບອນອີກດ້ວຍ ”

A330neo ມີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ທີ່ສ້າງມາດຕະຖານໃໝ່ໃນຄວາມສະດວກສະບາຍ ພື້ນທີ່ກວ້າງຂວາງ ແລະ ການອອກແບບ ພ້ອມຍັງໃຫ້ຜູ້ໂດຍສານມີປະສົບການການບິນທີ່ເປັນເອກະລັກບໍ່ຄືໃຜ ເຊີ່ງລວມມີລະບົບໄຟສາຍໃໝ່ ບ່ອນເກັບກະເປົາເດີນທາງທີ່ໃຫຍ່ຂຶ້ນ ແລະ ການເຂົ້າເຖິງລະບົບການບັນເທີງ ແລະ ການເຊື່ອມຕໍ່ຫຼ້າສຸດໃນການບິນ ເຮືອບິນທີ່ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000 ຮຸ່ນຫຼ້າສຸດ ເຮັດໃຫ້ A330-900 ສາມາດບິນໄດ້ 7,200 nm / 13,300 ກິໂລແມັດແບບບໍ່ຢຸດ.

ດ້ວຍເຮືອບິນ 105 ລໍາ ແລະ ປະລິມານຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ VietJet ກຳລັງຕັ້ງໜ້າຂະຫຍາຍການບິນທິ່ຂ້າມທະວີບ ພັດທະນາເຮືອບິນໃໝ່ ແລະ ໃຫ້ທັນສະໄໝ ໂດຍຮ່ວມມືກັບຄູ່ຮ່ວມທີ່ມີຍຸດທະສາດລະດັບໂລກເຊັ່ນ: Airbus.

ເມື່ອໄວໆນີ້ ບໍລິສັດ VietJet ​ໄດ້​ປະກາດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກັບ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງປະເທດລາວ ​ເພື່ອ​ດຳເນີນຂະຫຍາຍ​ຫຼາຍ​ໂຄງການ​ກ່ຽວ​ກັບ​ການບິນ ​ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ສູນ​ສ້ອມ​ແປງ​ບຳລຸງ​ຮັກສາ (MRO) ໃນປະເທດລາວ ໂຄງການ​ເຫຼົ່າ​ນີ້ ຄາດ​ວ່າ​​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໄດ້ເຖິງ 2,500 ຄົນ​ໃນ​ຂະ​ແໜງ​ການບິນ​ຂອງ​ປະ​ເທດ​ໃນ​ອະນາຄົດ.

ສຳລັບນັກເດີນທາງຈາກປະເທດລາວ VietJet ໄດ້ເປີດເສັ້ນທາງໃໝ່ໃນຕົ້ນປີນີ້ ໂດຍເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈີມິນ ເຊິ່ງເປັນນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ຖ້ຽວບິນເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ຈາກຈຸດເຊື່ອມຕໍ່ໃນປະເທດຫວຽດນາມ ນັກທ່ອງທ່ຽວຊາວລາວສາມາດເດີນທາງໄປເຖິງສະຖານທີ່ທ່ອງທ່ຽວອື່ນໆໃນອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ນໆ ຜ່ານເຄືອຂ່າຍການບິນຂອງ VietJet.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/