*ໂປຣໂມຊັນພິເສດສຳລັບປີ້ຍົນເຮືອບິນ ສອງລ້ານໃບ ເຊິ່ງໂປຣໂມຊັນມີຮອດວັນທີ 08 ສິງຫານີ້

(ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2024) – Vietjet ໄດ້ຈັດພິທີສະເຫຼີມສະຫຼອງຄັ້ງສຳຄັນ ໂດຍຕ້ອນຮັບຜູ້ໂດຍສານທີ່ບັນລຸເຖິງ 200 ລ້ານຄົນ, ເຊິ່ງເປັນຂີດໝາຍຄວາມສຳເລັດໃນການເດີນທາງເຊື່ອມຕໍ່ທາງອາກາດລະຫວ່າງ ຫວຽດນາມ ແລະ ທົ່ວໂລກ.

ຜູ້ໂດຍສານໝາຍເລກ 200 ຊື່ວ່າ Sandeep Mehta, ນັກທຸລະກິດຊາວອິນເດຍ ໄດ້ຮັບຂອງຂວັນພິເສດຟຣີສຳລັບໜຶ່ງປີໃນຖ້ຽວບິນລະຫວ່າງປະເທດຂອງ Vietjet.

ເພື່ອສະເຫຼີມສະຫຼອງໃນຄັ້ງນີ້ Vietjet ຍັງໄດ້ປະກາດ​ເປີດ​ເສັ້ນທາງ​ສາຍ​ໃໝ່​ທີ່​ເຊື່ອມ​ຕໍ່​ລະຫວ່າງ Ahmedabad ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ ກັບ​ນະຄອນ​ແຄມ​ທະ​ເລ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມຄື Da Nang. ໂດຍຈະ​ເລີ່​ມດຳ​ເນີນ​ການ​ໃນ​ເດືອນ​ຕຸລາ ປີ 2024. ການ​ປະກາດ​ດັ່ງກ່າວ​ໄດ້​ມີ​ພິທີຈັດຂຶ້ນ​ທີ່ງານ Vietnam – India Business Forum ຢູ່​ນະຄອນ New Delhi, ປະ​ເທດ ອິນ​ເດຍ ແລະ ຜູ້ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາຍົກລັດຖະມົນຕີ ປະຈຳຫວຽດນາມ ທ່ານ Pham Minh Chinh, ຜູ້ນຳ ​ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດຈາກທັງສອງປະ​ເທດ.

​ເນຶ່ອງ​ໃນ​ໂອກາດ​ນີ້, Vietjet ​ໄດ້​ສະເໜີໂປຣໂມຊັນໃນ​ລາຄາ​ພິເສດ​ນັບ​ແຕ່​ມື້ນີ້​ຮອດ​ວັນ​ທີ 08 ສິງຫາ 2024, ດ້ວຍ​ປີ້ 2 ລ້ານ​ໃບໃນ​ລາຄາ​ພຽງ 55 USD/ຖ້ຽວ​. (ລວມທັງພາສີ ແລະ ຄ່າທໍານຽມ) ໃນເຄືອຂ່າຍການບິນພາຍໃນ ແລະ ຕ່າງປະເທດຂອງ Vietjet. ນັກທ່ອງທ່ຽວຈາກປະເທດລາວສາມາດຖືໂອກາດນີ້ເພື່ອຊື້ປີ້ລາຄາພິເສດໄດ້ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ໂດຍເດີນທາງລະຫວ່າງວັນທີ 04 ກັນຍາ 2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກທາງລັດຖະການ).

ເປັນທີ່ໜ້າໂຊກດີສໍາລັບນັກທ່ອງທ່ຽວຈາກລາວທີ່ວາງແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສໍາຄັນອື່ນໆເຊັ່ນ: Ahmedabad, Mumbai ແລະ New Delhi ໃນປະເທດອິນເດຍ. ສາມາດເດີນທາງຜ່ານເຄືອຂ່າຍການບິນຂອງ Vietjet ດ້ວຍຈຸດເຊື່ອມຕໍ່ຢູ່ທີ່ນະຄອນໂຮ່ຈີມິນ. ເຊິ່ງຈະເປັນປະສົບການ ການເດີນທາງທີ່ສະດວກຂຶ້ນພ້ອມລາຄາທີ່ປະຢັດ. ສາຍ​ການ​ບິນ​ Vietjet ມີຖ້ຽວບິນ​ຈາກ​ນະ​ຄອນ​ຫລວງ​ວຽງ​ຈັນ​ ຫາ ​ນະ​ຄອນ​ໂຮ່​ຈິ​ມິນ​ດ້ວຍ 4 ຖ້ຽວ​ຕໍ່​ອາ​ທິດ.

Vietjet ເປັນ​ສາຍ​ການ​ບິນ​ບຸກ​ເບີກ​ທີ່​ໄດ້​ເປີດ​ບໍ​ລິ​ການຖ້ຽວບິນ​ໂດຍ​ກົງທີ່​ເຊື່ອມ​ຕໍ່​ລະຫວ່າງຫວຽດ​ນາມ ແລະ ອິນ​ເດຍ ນັບ​ແຕ່​ປີ 2019 ໂດຍສະ​ເໜີ​ໃຫ້​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ມີ​ທາງ​ເລືອກ​ໃນ​ການ​ເດີນ​ທາງ​ທີ່​ສະ​ດວກ ແລະ ຄຸ້ມຄ່າ. ປັດຈຸ​ບັນ Vietjet ​ໄດ້​ດຳ​ເນີນໃຫ້ບໍລິການ 7 ເສັ້ນທາງ, ​ໃນ​ນັ້ນ​ມີ 56 ຖ້ຽວ​ບິນ​ຕໍ່​ອາທິດ​ລະຫວ່າງຫວຽດ​ນາມ ແລະ ອິນ​ເດຍ ພ້ອມທັງໃຫ້ບໍລິການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເກືອບ 1.3 ລ້ານ​ຄົນ​.

Vietjet ຕ້ອນຮັບຜູ້ໂດຍສານເທິງເຮືອບິນທີ່ທັນສະໄໝ ແລະ ໃຫ້ບໍລິການ​ໂດຍ​ລູກ​ເຮືອ​ທີ່​ເປັນ​ມື​ອາ​ຊີບ, ເປັນ​ມິດ ແລະ ມີ​ຄວາມ​ໃສ່ໃຈ. ທ່ານ​ສາ​ມາດ​ຮັບ​ປະທານ​ອາ​ຫານ​ຫວຽດ​ນາມ, ອິນ​ເດຍ ແລະ ອາຫານສາ​ກົນ​ເຊັ່ນ: ເຂົ້າ​ຈີ່ປາເຕ້, ເຝີຫວຽດ, ເຂົ້າ​​ບາ​ສ​ມາ​ຕີ ແລະ ອາຫານຮ້ອນໆ ທີ່ດີຕໍ່ສຸຂະພາບ ແລະ ແຊບໆອີກຫຼາຍລາຍການ. ນອກຈາກນັ້ນ, Vietjet ຍັງໄດ້ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ ພ້ອມທັງມີໂອກາດທີ່ຈະໄດ້ລຸ້ນຮັບລາງວັນທຸກມື້ ຜ່ານໂຄງການສະສົມຄະແນນໃນ Vietjet SkyJoy.