VietJet ລາຍງານຜົນການປະກອບການທີ່ເກີນຄາດໄວ້ ດ້ວຍຜົນກຳໄລເຄິ່ງປີທຳອິດຂອງປີ 2024 ຢູ່ທີ່ 21% ເກີນລະດັບຄາດໝາຍ


(ນະຄອນຫຼວງວຽງຈັນ, ວັນທີ 01 ສິງຫາ 2024) – ບໍລິສັດການບິນ VietJet (HOSE: VJC) ໄດ້ອອກຖະແຫຼງການການເງິນໃນໄລຍະເຄິ່ງຕົ້ນປີ 2024 (H1/2024) ໂດຍລາຍງານເປັນບັນທຶກການເຕີບໂຕຂອງລາຍຮັບ.
​ໃນໄລຍະ 6 ເດືອນ​ທຳອິດຂອງປີ 2024, ຜົນປະກອບການ​ຂອງ VietJet ເພີ່ມຂຶ້ນແຊງໜ້າໄລຍະ​ກ່ອນ​ໂລກ​ລະບາດ​ໃນປີ ​​2019 ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 13.1 ລ້ານ​ຄົນ ດ້ວຍ 70.154 ຖ້ຽວ​ບິນ​ທີ່​ປອດ​ໄພໃນລະຫວ່າງເຄິ່ງຕົ້ນປີ 2024 (H1/2024)​.
​ໃນ​ຊ່ວງ 6 ເດືອນ​ນີ້, ລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມຢູ່ທີ່​ 32.893 ພັນຕື້​ດົງ (ປະມານ 28 ພັນຕື້​ກວ່າ​ກີບ), ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ທີ່ແລ້ວ. ກໍາໄລ​ກ່ອນ​ຫັກອາກອນໃນ​ຊ່ວງໄລ​ຍະ​ນີ້ຢູ່ທີ່ 1.174 ພັນ​ຕື້​ດົງ (ປະ​ມານ 1 ພັນ​ຕື້​ກີບ​), ເພີ່ມ​ຂຶ້ນເຖິງ 690% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ.
ລາຍຮັບລວມຂອງ VietJet ໃນເຄິ່ງປີ 2024 (H1/2024) ຢູ່ທີ່ 34.016 ພັນຕື້ດົງ (ປະມານ 30 ພັນຕື້ກີບ), ດ້ວຍກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົ້ງ (ປະມານ 1.16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອທຽບປີຕໍ່ປີ. ກໍາໄລຖືວ່າເກີນຄາດໝາຍໃນຊ່ວງເຄິ່ງປີທຳອິດ 2024 (H1/2024) ເຖິງ 21%.


ການຂະຫຍາຕົວສູ່ສາກົນດ້ວຍເສັ້ນທາງການບິນໃໝ່ ແລະ ຄວາມຮ່ວມມືເຊີງຍຸດທະສາດໃນລາວ
VietJet ໄດ້ດໍາເນີນງານບໍລິການເສັ້ນທາງການບິນຫຼາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ.
ໃນເດືອນ ກຸມພາ, VietJet ໄດ້ເປີດສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບ ນະຄອນຫຼວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້​ນຳ​ເອົາ​ເສັ້ນທາງ​ການບິນຕ່າງໆ​ສຳລັບ​ນັກທ່ອງທ່ຽວ​ຈາກ​ລາວ ​ທີ່ຈະເດີນທາງ​ຕໍ່​ໄປ​ຍັງຈຸດໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ​ປະ​ເທດ​ອົດສະຕາລີ, ອິນ​ເດຍ, ​ເກົາຫຼີ​ໃຕ້, ຍີ່​ປຸ່ນ, ຈີນ, ອິນ​ໂດ​ເນ​ເຊຍ, ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ, ກາ​ຊັກ​ສະຖານ ​ແລະ ​ອື່ນໆ.
ເມື່ອບໍ່ດົນມານີ້, ບໍລິສັດ VietJet ​ແລະ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊຸກຍູ້​ການ​ເຊື່ອມຕໍ່​ທາງ​ອາກາດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການປະກອບສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບສາຍການບິນລາວຢູ່ທີ່ສະໜາມບິນສາກົນວັດໄຕ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/