UNICEF ເຕືອນອາກາດຮ້ອນແຮງທົ່ວອາຊີຕາເວັນອອກ ແລະ ປາຊີຟິກ ສົ່ງຜົນຕໍ່ເດັກນ້ອຍ

xr:d:DAGCK_Gzf0Q:3,j:25194402052918816,t:24041204


ກອງທຶນເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື UNICEF ໄດ້ລະບຸວ່າເດັກນ້ອຍຫຼາຍກວ່າ 243 ລ້ານຄົນທົ່ວອາຊີຕາເວັນອອກ ແລະ ປາຊີຟິກ ມີຄວາມສ່ຽງທີ່ຈະເຈັບປ່ວຍ ແລະ ເສຍຊີວິດຈາດສະພາບອາກາດທີ່ຮ້ອນເກີນໄປ ໃນທາງດຽວກັນທົ່ວພູມີພາກຕ້ອງຮັບມີກັບຍາມຮ້ອນທີ່ຮ້ອນທີ່ສຸດເປັນປະຫວັດສາດ.

ລະດູຮ້ອນນີ້ຈະເກິດຄື້ນຄວາມຮ້ອນທີ່ຮຸນແຮງ ແລະ ຖີ່ກວ່າປົກກະຕິໃນເຂດອາຊີຕາເວັນອອກ ແລະ ປາຊີຟິກ ເຊິ່ງເປັນເລື່ອງທີ່ໜ້າກັງວົນເປັນພິເສດ ອັນເນື່ອງຈາກລະດັບຄວາມຊື້ນສູງ ສົ່ງຜົນໃຫ້ຮ່າງກາຍຂອງເດັກນ້ອຍທີ່ບໍ່ສາມາດຄວບຄຸມອຸນຫະພູມໄດ້ດີເທົ່າກັບຜູ້ໃຫຍ່ ເຮັດໃຫ້ເກີດການເຈັບປ່ວຍຈາກອາກາດຮ້ອນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/