Tron ກຽມເປີດຕົວ Stablecoin ທີ່ປາສະຈາກຄ່າທຳນຽມ! ເພື່ອກະຕຸ້ນທຸລະກິດ ແລະ ຜູ້ໃຊ້ດ້ວຍການໂອນເງິນຟຣີ


Justin Sun ຜູ້ກໍ່ຕັ້ງ Tron ປະກາດວ່າ ທີມງານຂອງລາວກໍາລັງສ້າງໂຊລູຊັນ Stablecoin ທີ່ປາສະຈາກຄ່າ gas, ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດໂອນເງິນແບບ peer-to-peer ໄດ້ໂດຍບໍ່ເສຍຄ່າທຳນຽມ.

Sun ມີຄວາມຕັ້ງໃຈທີ່ຈະປະສົມປະສານໂຊລູຊັນ Stablecoin ນີ້ເຂົ້າກັບ chain ຂອງ Tron ໃນໄຕມາດ 4 ປີນີ້, ຕາມມາດ້ວຍ Ethereum ແລະ ເຄືອຂ່າຍສາທາລະນະອື່ນໆທີ່ຮອງຮັບ Ethereum Virtual Machine (EVM).

“ການໂອນເງິນຈະສາມາດເຮັດໄດ້ໂດຍບໍ່ມີການເສຍຄ່າ gas ໃດໆ, ໂດຍຄ່າທໍານຽມແມ່ນຈະລວມຢູ່ໃນ Stablecoin ຂອງມັນເອງ” Sun ໄດ້ໂພສໃນແພລັດຟອມ X ເມື່ອວັນທີ 6 ເດືອນກໍລະກົດ.

ຢ່າງໃດກໍຕາມ, Sun ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບກົນໄກຂອງໂຊລູຊັນດັ່ງກ່າວ.

Sun ເຊື່ອວ່າ Stablecoin ທີ່ປາສະຈາກຄ່າທໍານຽມນີ້ຈະເປັນຕົວປ່ຽນເກມສໍາລັບບໍລິສັດຕ່າງໆ ທີ່ຕ້ອງການໃຫ້ບໍລິການ Stablecoin.

“ຂ້ອຍເຊື່ອວ່າການບໍລິການແບບນີ້ຈະເຮັດໃຫ້ບໍລິສັດຂະໜາດໃຫຍ່ໃຊ້ Stablecoin  ໃນ blockchain ໄດ້ງ່າຍຂຶ້ນ. ເຊິ່ງນີ້ຈະຊ່ວຍຊຸກຍູ້ການນຳເອົາ blockchain ໄປໃຊ້ຢ່າງກວ້າງຂວາງ”

ປັດຈຸບັນ Tron ເປັນຜູ້ນໍາຕະຫຼາດໃນການໂອນ Stablecoin ແບບ peer-to-peer, ດ້ວຍປະລິມານການເຮັດທຸລະກໍາທີ່ໃຫຍ່ກວ່າ Ethereum 2-3 ເທົ່າ. ໂດຍຂໍ້ມູນນີ້ແມ່ນມາຈາກບໍລິສັດການວິເຄາະ blockchain Artemis ເຊິ່ງໄດ້ເຜີຍແຜ່ໃນແພລັດຟອມ X ເມື່ອວັນທີ 27 ເດືອນມິຖຸນາ.

ໂຊລູຊັນ Stablecoin ຂອງ Tron ມີແນວໂນ້ມທີ່ຈະແຂ່ງຂັນກັບ PYUSD ຂອງ PayPal, ເຊິ່ງອະນຸຍາດໃຫ້ຜູ້ໃຊ້ສະຫະລັດບາງຄົນສາມາດຈ່າຍເງິນຂ້າມຊາຍແດນໄດ້ໂດຍບໍ່ເສຍຄ່າທຳນຽມ.

ໂດຍຫຼຽນ USD ຂອງ Circle ໃນ Base chain, ເຊິ່ງເປັນ layer 2 ຂອງ Ethereum ໃນ Coinbase Wallet, ກໍໄດ້ອະນຸຍາດໃຫ້ຜູ້ໃຊ້ສາມາດເຮັດທຸລະກໍາໄດ້ຟຣີເຊັ່ນກັນ.

ທັງນີ້, ການແຂ່ງຂັນໃນຕະຫຼາດ Stablecoin ກໍາລັງຮ້ອນແຮງຂຶ້ນ ແລະ ​ມີ​ທ່າ​ທາງ​ວ່າ​ຈະຮຸນແຮງ​ຂຶ້ນໄປອີກ​ໃນ​ອະ​ນາ​ຄົດ.

ທີ່ມາ:

cointelegraph

justinsuntron

x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/