Toyota ກຽມເປີດຕົວ BZ4X ລົດໄຟຟ້າຄັນທຳອິດຂອງແບຣນ


Toyota ບໍລິສັດລົດທີ່ຄົນລາວຄຸ້ນຊື່ກັນຢູ່ແລ້ວນັ້ນ ກຳລັງຈະເປີດຕົວ Toyota BZ4X ທີ່ເປັນລົດ SUV ໃຊ້ພະລັງງານໄຟຟ້າ 100% ເປັນຮຸ່ນທຳອິດຂອງແບຣນເຊິ່ງຈະພ້ອມວາງຂາຍໃນກາງປີ 2022.

Toyota BZ4X ຖືກນຳອອກມາສະແດງໃນງານ Shanghai Toyota ໃຫ້ໄດ້ເຫັນເຖິງການອອກແບບທີ່ທັນສະໄໝ ແລະ ມີຄວາມງາມທີ່ໂດດເດ່ນ ແຕ່ວ່າຮູບພາບເຫຼົ່ານັ້ນກໍເປັນພຽງ Concept ຂອງຕົວລົດເທົ່ານັ້ນ ແລະ ກໍຍັງບໍ່ໄດ້ມີລາຍລະອຽດດ້ານສະເປັກລົດອອກມາ ແຕ່ຂໍ້ມູນໄດ້ບອກວ່າຈະມີການເປີດຕົວລົດຮຸ່ນນີ້ ໃນປະເທດຍີ່ປຸ່ນ ແລະ ຈີນໃນປາຍປີນີ້.

BZ4X ເປັນລົດ SUV ພະລັງງານໄຟຟ້າຮຸ່ນທຳອິດທີ່ຖືກຜະລິດອອກມາໂດຍ BZ ເປັນຊື່ເລີ່ມຕົ້ນຂອງຊີຣີ່ ທີ່ຫຍໍ້ມາຈາກຄຳວ່າ Beyond Zero ທີ່ຕໍ່ໄປຄາດວ່າຈະມີຮຸ່ນ ແລະ ຊີຣີ່ອື່ນໆອອກຕາມມາອີກ ເຊິ່ງທາງ Toyota ເອງກໍໄດ້ບອກວ່າຈະມີເຖິງ 70 ຮຸ່ນຕາມຫຼັງອອກມາພາຍໃນປີ 2025.

Toyota BZ4X ໄດ້ຖືກສ້າງຂຶ້ນພາຍໃຕ້ Platform ແບບ e-TNGA (electric Toyota New Global Architecture) ທີ່ຖືກຜະລິດເພື່ອມາໃຊ້ກັບລົດຄັນນີ້ໂດຍສະເພາະ ເຊິ່ງເປັນ Platform ທີ່ Toyota ໄດ້ຮ່ວມມືກັບ Subaru ພັດທະນາຂຶ້ນມາ ແລະ ຟີເຈີທີ່ເອີ້ນວ່າ Steer-by-wire ເຊິ່ງກໍຄືການຄວບຄຸມພວງມາໄລລົດ ຜ່ານລະບົບໄຟຟ້າແບບ 100%, ເປັນລະບົບຂັບເຄື່ອນ 4 ລໍ້, ມີວິໄສທັດໃນການເບິ່ງຫົນທາງທີ່ດີຂຶ້ນ ແລະ ມີການສາກໄຟກັບມາທີ່ຕົວລົດໂດຍຜ່ານການເບກ.

ກ່ອນໜ້າທີ່ຈະມາຜະລິດລົດໄຟຟ້າແບບເຕັມຕົວນີ້ ທາງ Toyota ເອງກໍໄດ້ຜະລິດລົດທີ່ມີເທັກໂນໂລຢີແບບ Hybrid ທີ່ສາມາດໃຊ້ພະລັງງານໄຟຟ້າຄວບຄູ່ກັບນ້ຳມັນມາແລ້ວໃນ Toyota Prius ເຊິ່ງຖືວ່າເປັນທີ່ນ່າສົນໃຈແລະໄດ້ຮັບຄວາມນິຍົມຫຼາຍ, ແຕ່ສຳລັບລົດໄຟຟ້າເອງແມ່ນຖືວ່າທາງ Toyota ໄດ້ຫັນເຂົ້າມາຜະລິດແບບເຕັມຕົວຊ້າກວ່າຄູ່ແຂ່ງຫຼາຍບໍ່ວ່າຈະເປັນ Nissan, Volkswagen, Tesla ແລະອີກຫຼາຍໆບໍລິສັດທີ່ໄດ້ຫັນເຂົ້າສູ່ການຜະລິດລົດໄຟຟ້ານຳໜ້າໄປຫຼາຍປີແລ້ວ.

ສິ່ງທີ່ພໍຈະເປັນຂ່າວດີສຳລັບການເປີດຕົວລົດໄຟຟ້າຂອງ Toyota ໃນເທື່ອນີ້ກໍເປັນການທີ່ເຮົາອາດຈະສາມາດເປັນເຈົ້າຂອງໄດ້ໂດຍບໍ່ຍາກ ອາດຈະດ້ວຍເລື່ອງຂອງລາຄາ ແລະ ການນຳເຂົ້າ ແຕ່ຈະເປັນແນວໃດກໍຕ້ອງລໍຖ້າການເປີດຕົວຢ່າງເປັນທາງການກ່ອນ.

ຂໍ້ມູນຈາກ:
https://bit.ly/3vDIMM
https://bit.ly/3uipOKA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/