Tom Holland ເຜີຍບັນຫາສຸຂະພາບຈິດຈາກການສະແດງ ເພາະຫຼຸດຈາກຕົວລະຄອນບໍ່ໄດ້


ແຟນໆຫຼາຍຄົນເປັນຫ່ວງຫຼັງຈາກໜຸ່ມ Tom Holland ເກີດອາການສັບສົນໃນຊີວິດຈາກການສະແດງ ເມື່ອພະເອກໜຸ່ມ Tom Holland ໄດ້ອອກມາໃຫ້ສຳພາດກັບສື່ວ່າ ຕົນເອງອິນກັບບົດຈາກຊີຣີ້ “The Crowded Room” ອອກຄາແຣັກເຕີທີ່ສະແດງບໍ່ໄດ້ ຕິດມາຢູ່ໃນຊີວິດຈິງ ຈົນດິ່ງໜັກເກືອບເປັນຊຶມເສົ້າ.

ໃນວັນທີ 10 ພຶດສະພາ 2023 ເວັບໄຊ Unilad ແລະ ສຳນັກງານຂ່າວຕ່າງປະເທດລາຍງານວ່າ Tom Holland ນັກສະແດງທີ່ໂດ່ງດັງຈາກເລື່ອງ Spider-Man ໄດ້ຖ່າຍທຳຊີຣີ້ແນວຈິດຕະວິທະຍາ ເລື່ອງ “The Crowded Room” ແລ້ວບໍ່ສາມາດຫຼຸດອອກຈາກບົດບາດຕົວລະຄອນທີ່ໄດ້ຮັບ ຈົນເກືອບໂກນຜົມ.

ໂດຍທາງໜຸ່ມ Tom Holland ໄດ້ໃຫ້ສຳພາດກັບທາງ Entertainment Weekly ວ່າ “ຂ້ອຍເບິ່ງເຫັນຕົນເອງໃນບົດນີ້ ແຕ່ໃນຊີວິດແທ້ ຂ້ອຍຈື່ໄດ້ເລີຍຂ້ອຍມີອາການຄຽດ, ອາລະວາດ ຕອນທີ່ຢູ່ເຮືອນ ແລ້ວກໍຄິດວ່າຈະໂກນຜົມ ຂ້ອຍຢາກຈະໂກນຜົມອອກໃຫ້ໝົດເພາະຕ້ອງການຈະອອກຈາກຕົວລະຄອນນີ້ ແຕ່ຕອນນີ້ຍັງຢູ່ໃນໄລຍະການຖ່າຍທຳຢູ່ ຂ້ອຍເລີຍຕັດສິນໃຈວ່າບໍ່ເຮັດ ມັນເປັນສິ່ງທີ່ຂ້ອຍບໍ່ເຄີຍພົບມາກ່ອນ” ພ້ອມຍັງກ່າວອີກວ່າ “The Crowded Room” ເປັນຄືຂໍ້ມູນດ້ານເລິກທີ່ກ່ຽວກັບຈິດໃຈມະນຸດ ແລະ ວິທີທີ່ເຮົາສາມາດຈັດການບັນຫາປົມໃນໃຈໄດ້.

Tom Holland ໄດ້ລະບຸວ່າລາວກັບມາສະຫງົບຂຶ້ນໄດ້ 1 ປີ 4 ເດືອນແລ້ວ ໂດຍຍົກຄວາມດີໃຫ້ກັບ Apple TV+ ທີ່ເຮັດໃຫ້ລາວໄດ້ປ່ຽນມຸມມອງກ່ຽວກັບສະພາບຈິດໃຈຂອງຕົນເອງ “ການຮຽນຮູ້ສຸຂະພາບຈິດ ແລະ ພະລັງຂອງມັນ ການໂອ້ລົມກັບຈິດຕະແພດກ່ຽວກັບການຕໍ່ສູ້ຂອງ ແດນນີ ແລະ ບິນລີ ເປັນສິ່ງທີ່ມີປະໂຫຍດແກ່ຊີວິດຂອງຂ້ອຍອີ່ຫຼີ”

ສຳລັບຊີຣີ້ເລື່ອງ “The Crowded Room”  ທີ່ Tom Holland ຮັບບົດເປັນ ແດນນີ ນັ້ນເປັນເລື່ອງລາວຂອງແດນນີທີ່ຖືກຈັບໃນໄລຍະ summer ປີ 1979 ເນື່ອງຈາກໄປພົວພັນກັບການເຫດກວາດຍິງທີ່ Rockefeller center ເຊິ່ງອ້າງອີງມາຈາກເລື່ອງແທ້ຂອງ Billy Milligan ທີ່ໄດ້ຮັບການກວດພົບວ່າເປັນໂຣກຫຼາຍບຸກຄະລິກ. The Crowded Room ຈະອອກອາກາດທາງ Apple TV+ ໃນວັນທີ 9​ ມິຖຸນາ 2023 ທີ່ຈະມາເຖິງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/