Tom and Jerry ກາຕູນຕະຫຼົກແຕ່ມີສາກສຸດເສົ້າ! ສາກທີ່ເຮັດໃຫ້ຫຼາຍຄົນຮູ້ການຕາຍຂອງແມວທີ່ໜ້າສົງສານ


Tom and Jerry ກາຕູນຍອດຮິດທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະຕອນທີ່ເຮົາຍັງນ້ອຍ ຫຼື ເປັນຜູ້ໃຫຍ່ແລ້ວກໍຕາມ ຍັງຄົງເບິ່ງເລື່ອງນີ້ກັນຢູ່ ເພາະເລື່ອງທີ່ເບິ່ງແລ້ວຜ່ອນຄາຍ ແລະ ໄດ້ຄວາມເຮຮາມ່ວນຊື່ນ ເບິ່ງພາກໃດ ຫຼື ຕອນໃດ ກໍໄດ້ທັງສຽງຫົວ ທຸກສາກລ້ວນແລ້ວແຕ່ສ້າງຄວາມຕະຫຼົກ ຈົນຜູ້ເບິ່ງບໍ່ຄາດຄິດວ່າໃນເລື່ອງກໍມີສາກເສົ້າ ແລະ ມີຄວາມໝາຍ ກ່ຽວກັບຊີວິດຈິງໃນການເສຍຊີວິດຂອງ “ແມວ” ຫຼາຍຄົນອາດຈະຮູ້ຢູ່ແລ້ວວ່າສາກນີ້ຈະສື່ສານເຖິງຫຍັງ ແຕ່ໃນຂະນະດຽວກັນບາງຄົນຍັງບໍ່ຮູ້ອາດຈະເປັນຍ້ອນສະໄໝນັ້ນເຮົາຍັງນ້ອຍເລີຍບໍ່ທັນໄດ້ສັງເກດ.

Tom and Jerry

ໃນ EP.42 (Heavenly Puss SS1949) ຕອນນີ້ບົ່ງບອກເຖິງວ່າເມື່ອຕາຍແລ້ວຈະໄປໃສ ເຊິ່ງຕອນນີ້ໄດ້ສະແດງອອກຢ່າງມີຄວາມໝາຍ ບາງຄົນເຫັນແລ້ວຈົນອີຕົນສົງສານແມວທີ່ຈາກໄປ. ໂດຍເປັນຕອນທີ່ ທອມ ເສຍຊີວິດ ແລ້ວໄດ້ຂຶ້ນສະຫວັນ ແລະ ມີແມວອີກໂຕທີ່ກຽມຈົດຊື່ ພ້ອມສອບຖາມການເສຍຊີວິດວ່າຍ້ອນສາເຫດຫຍັງ. ໃນຕອນຍັງນ້ອຍເຮົາອາດຈະຫົວກັບສາກນີ້ ເພາະເຮົາບໍ່ຮູ້ຄວາມໝາຍຂອງຕອນນີ້ ກັບອີກຢ່າງມັນຈະປະສົມກັບຄວາມເຮຮາໄປນຳ.

ເລື່ອງມີຢູ່ວ່າ ແມວໂຕທີ 1 ຊື່ບູ໊ສ: ໄດ້ຖືກສອບຖາມການເສຍຊີວິດ ແລະ ຄຳຕອບກໍຄືເສຍຊີວິດຍ້ອນຖືກໝາກັດຍ້ອນຕໍ່ສູ້ກັບໝາ (ຖ້າປຽບກັບຄວາມເປັນຈິງໃນໂລກນີ້ແລ້ວ ຖືວ່າແມວຫຼາຍໆໂຕກໍຖືກກະທຳຈາກໝາ) ພາຍໃນເລື່ອງແມວໂຕນີ້ມີບາດແຜທີ່ຖືກໝາກັດ ແລະ ແຂນຂາກໍຫັກ ແຕ່ໃນເລື່ອງກໍຍັງຄົງຮັກສາຄວາມຕະຫຼົກໄວ້.

ແມວໂຕທີ 2 ຊື່ແຟັງກີ້: ແມວໂຕນີ້ ຖືກຄົນຕີຈົນຕາຍ ເຊິ່ງຖ້າປຽບທຽບກັບຄວາມເປັນຈິງແລ້ວ ຍັງມີບາງຄົນທີ່ບໍ່ມັກແມວ ໂດຍສະເພາະແມວທີ່ເຮິຮ້າຍບໍ່ງາມ ແມວບໍ່ມີທີ່ຢູ່ບໍ່ຮູ້ຈັກຄວາມ ຈະຖືກບາງຄົນລັງກຽດ ແລະ ໄລ່ໜີໄປໄກໆ. ອາດຈະຍ້ອນສາເຫດກໍ່ຄວາມວຸ້ນວາຍໃຫ້ກັບຄົນ ຫຼື ອາດສ້າງຄວາມບໍ່ພໍໃຈໃຫ້ກັບຄົນ ຫຼື ຄວາມບໍ່ມັກສ່ວນຕົວ ຈຶ່ງເຮັດໃຫ້ບາງຄົນຂ້າແມວ.

Tom and Jerry

ແມວກຸ່ມສຸດທ້າຍ ເປັນແມວ 3 ສີ 3 ໂຕ​: ເປັນແມວທີ່ຖືກຄົນເອົາໄປຖິ້ມລົງນໍ້າ.

Tom and Jerry

ຖືໄດ້ວ່າເປັນສາກທີ່ຫຼາຍຄົນອາດໄດ້ເບິ່ງໄປແລ້ວຕອນຍັງນ້ອຍ ແລະ ບໍ່ທັນໄດ້ຄິດເຖິງເບື້ອງຫຼັງນີ້. ເນື່ອງຈາກເປັນກາຕູນທີ່ມີສາກຕະຫຼົກມາໂດຍຕະຫຼອດ ຈຶ່ງໄດ້ຮັກສາຄວາມເຮຮາໄວ້ ເພື່ອບໍ່ໃຫ້ເດັກນ້ອຍທີ່ເບິ່ງຄິດເສົ້າ ເລີຍກາຍມາເປັນສາກທີ່ເຮັດແບບແນບນຽນ ຈົນບໍ່ທັນສັງເກດ ແລະ ກໍໄດ້ຫົວໃນສາກນີ້. ເມື່ອຮູ້ຄວາມໝາຍຂອງສາກນີ້ແລ້ວ ບາງຄົນເຖິງກັບນ້ຳຕາຊຶມ ຫຼື ໄຫຼອອກມາ ຍ້ອນອີຕົນສົງສານແມວ ທີ່ເກີດຈາກການກະທຳຂອງມະນຸດ ແລະ ສາກນີ້ສ່ອງແສງໃນຫຼາຍໆຢ່າງໃຫ້ໄດ້ຮຽນຮູ້ ໂດຍສະເພາະສ່ອງແສງໃຫ້ຄົນມີນ້ຳໃຈຕໍ່ສັດ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/