ແພັດຟອມ ວິດີໂອສັ້ນ ຢ່າງ TikTok ທີ່ມີບໍລິສັດແມ່ ຢ່າງ ByteDance ຈາກຈີນ ໄດ້ກາຍເປັນ Unicorn ທີ່ມູນຄ່າສູງທີ່ສູດໃນໂລກ ໃນປີ 2024, ເຖິງແມ່ນວ່າຈະຖືກ ສະຫະລັດອາເມຣິກາ ບີບຂາຍກິດຈະການ ດ້ວຍເຫດຜົນທາງຄວາມໝັ້ນຄົງຂອງຊາດ ກໍຕາມ.

Unicorn ແມ່ນຊື່ຂອງ ບໍລິສັດ Start Up ທີ່ມີມູນຄ່າບໍລິສັດ ສູງເກີນ 1,000 ລ້ານໂດລາ, ໂດຍເລີ່ມໃຊ້ຕັ້ງແຕ່ປີ 2013.

ໂດຍໃນປີ 2024 ByteDance ມີມູນຄ່າບໍລິສັດສູງເຖິງ 2.25 ແສນລ້ານໂດລາ, ດ້ວຍຄວາມນິຍົມຂອງຜູ້ໃຊ້ ສື່ສັງຄົມອອນລາຍ ທີ່ຫັນມາໃຊ້ງານ TikTok ຫຼາຍຂຶ້ນຢ່າງກ້າວກະໂດດ.

ຂະນະທີ່ ອັນດັບ 2 ໄດ້ແກ່ ບໍລິສັດ Speac X ຂອງ ອີລອນ ມາສ ທີ່ໃຫ້ບໍລິການກັບລູກຄ້າລາຍໃຫຍ່ຢ່າງ NASA ແລະ ກະຊວງປ້ອງກັນປະເທດຂອງປ ສະຫະລັດ ອາເມຣິກາ ເຊິ່ງມີການປ່ອຍດາວທຽມອອກໄປແລ້ວ 7,000 ໜ່ວຍ. ເຊິ່ງໃນປີ 2024 ມີມູນຄ່າບໍລິສັດເຖິງ 2 ແສນລ້ານ ໂດລາ.

ສ່ວນອັນດັບ 3 ແມ່ນຜູ້ຫຼິ້ນໜ້າໃໝ່ ຢ່າງ Open AI ຜູ້ສ້າງ Chat GPT ເຊິ່ງເປັນຜູ້ປຸກກະແສ Generative AI ໃນທົ່ວໂລກ ທີ່ສາມາດເພີ່ມມູນຄ່າບໍລິສັດຂອງຕົນເອງໄດ້ເກືອບ 2 ເທົ່າ ໃນເວລາບໍ່ຮອດ 1​ປີ. ເຊິ່ງໃນປີ 2024 Open AI ມີມູນຄ່າບໍລິສັດເຖິງ 1.57 ແສນລ້ານໂດລາ.