The Boy and the Heron ອະນິເມຊັນເລື່ອງສຸດທ້າຍຂອງ Hayao Miyazaki ກວາດລາຍໄດ້ໃນຍີ່ປຸ່ນຢ່າງມະຫາສານ ເຖິງວ່າຈະບໍ່ມີການໂຄສະນາເລີຍກໍຕາມ


ຫຼັງຈາກທີ່ມີຂ່າວວ່າຮູບເງົາອະນິເມຊັນ ‘The Boy and the Heron’ ຫຼືອີກຊື່ວ່າ ‘How Do You Live?’ ຮູບເງົາເລື່ອງຫຼ້າສຸດຈາກ Studio Ghibli ແລະ ເປັນຜົນງານກຳກັບສຸດທ້າຍຂອງ Hayao Miyazaki ຈະບໍ່ມີການປ່ອຍຕົວຢ່າງ ຫຼື ໂປຣໂໝດໃດໆທັງນັ້ນ ຈົນກວ່າຈະມີການສາຍຮູບເງົາ.

ໃນທີ່ສຸດຮູບເງົາກໍໄດ້ອອກສາຍໃນປະເທດຍີ່ປຸ່ນ ເມື່ອວັນທີ 14 ກໍລະກົດ 2023 ທີ່ຜ່ານມາ ພ້ອມຍັງເປັນຜົນງານຈາກ Studio Ghibli ທີ່ໄດ້ເຂົ້າສາຍໃນຮູບແບບ IMAX ເຖິງແມ່ນວ່າທາງສະຕູດີໂອເອງຕັດສິນໃຈບໍ່ໂປຣໂໝດຮູບເງົາກ່ອນເຂົ້າສາຍ ແຕ່ຮູບເງົາກໍສາມາດກວາດລາຍໄດ້ເປັນຈຳນວນມະຫາສານໃນປະເທດຍີ່ປຸ່ນ.

Anime News Network ໄດ້ອອກມາລາຍງານວ່າ ຮູບເງົາ The Boy and the Heron ສາມາດກວາດລາຍໄດ້ເປີດຕົວໃນອາທິດທຳອິດ ວັນທີ 14 ຫາ 16 ກໍລະກົດ 2023 ໃນປະເທດຍີ່ປຸ່ນໄປສູງຮອດ 13,2 ໂດລາ ໂດຍມີບໍ່ການໂຄສະນາໃດໆ ຖືວ່າເປັນຮູບເງົາອະນິເມຊັນທີ່ເຮັດລາຍໄດ້ເປີດຕົວໃນອາທິດທຳອິດສູງສຸດໃນປະເທດຍີ່ປຸ່ນ ແລະ ເປັນລາຍໄດ້ເປີດຕົວເປັນອັນດັບ 2 ຂອງ Studio Ghibli ຮອງຈາກອະນິເມຊັນໃນຕຳນານຈາກເລື່ອງ Howl’s Moving Castle (2004) ທີ່ສາມາດກວາດລາຍໄດ້ໄປທີ່ 14,2 ລ້ານໂດລາ.

ຮູບເງົາ ‘The Boy and the Heron’ ອາດຈະເປັນໜຶ່ງໃນຮູບເງົາອະນິເມຊັນ ທີ່ຍິ່ງໃຫຍ່ທີ່ສຸດຂອງ Studio Ghibli ໃນຮອບຫຼາຍປີ ແລະ ມີຄວາມເປັນໄປໄດ້ວ່າຈະສາມາດກວາດລາຍໄດ້ໄດ້ຢ່າງໜ້າປະທັບໃຈໃນຕະຫຼາດຕ່າງປະເທດອີກດ້ວຍ.

ໂດຍ The Boy and the Heron ຈະມີກຳນົດເຂົ້າສາຍໃນສະຫະລັດອາເມຣິກາໃນປາຍປີນີ້ ແນ່ນອນວ່າປ່ຽນຊື່ຈາກ How Do You Live? ມາເປັນຊື່ The Boy and the Heron ເຊິ່ງເປັນຊື່ດຽວກັບນິຍາຍຂອງນັກຂຽນນັ້ນເອງ.

ກ່ອນໜ້ານີ້ ທາງອາຈານ Hayao Miyazaki ກໍໄດ້ປະກາດກະສຽນໄປແລ້ວ ແຕ່ສຸດທ້າຍກໍກັບມາກຳກັບຮູບເງົາອະນິເມຊັນເລື່ອງນີ້ ພ້ອມກັບໄດ້ຮັບການຢືນຢັນຈາກຫຼາຍສຳນັກຂ່າວວ່ານີ້ແມ່ນຜົນງານສຸດທ້າຍແລ້ວຂອງອາຈານ ໃນສ່ວນຂອງບົດໄດ້ມາຈາກການຂຽນຂອງອາຈານ Hayao Miyazaki ທີ່ໄດ້ຮ່ວມຂຽນກັບ Junichi Honda ເຈົ້າຂອງບົດປະພັນເລື່ອງນີ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/