Startale Labs ລະດົມທຶນເພີ່ມເປັນ 7 ລ້ານໂດລາສະຫະລັດ, ໂດຍມີຈຸດປະສົງເພື່ອກາຍເປັນບໍລິສັດ Web3 ຊັ້ນນໍາໃນອາຊີ


Samsung NEXT Ventures ເຊິ່ງເປັນບໍລິສັດດ້ານການລົງທຶນຂອງ Samsung NEXT ແລະ UOB Venture Management ບໍລິສັດຍ່ອຍຂອງທະນາຄານ United Overseas Bank (UOB) ທີ່ຕັ້ງຢູ່ໃນສິງກະໂປ, ໄດ້ຮ່ວມກັນລົງທຶນ 3.5 ລ້ານໂດລາໃນ Startale Labs ເຊິ່ງເປັນບໍລິສັດພັດທະນາຊັ້ນນໍາຂອງ Astar Network, ເພື່ອສະໜັບສະໜູນການຂະຫຍາຍຕົວຂອງຜະລິດຕະພັນ Web3 ຂອງບໍລິສັດທີ່ປະກາດໂດຍ Startale Labs ໃນວັນພຸດທີ່ຜ່ານມາ.

ໃນບົດຄວາມ blog ຂອງ Startale Labs ທີ່ໄດ້ເຜີຍແຜ່ໃນວັນພຸດທີ່ຜ່ານມາໄດ້ລະບຸວ່າ ການລະດົມທຶນຄັ້ງໃໝ່ ໄດ້ເຮັດໃຫ້ເງິນທຶນເລີ່ມຕົ້ນຂອງບໍລິສັດເພິ່ມຂຶ້ນເຖິງ 7 ລ້ານໂດລາ, ເຊິ່ງລວມເຖິງມີການສະໜັບສະໜູນກ່ອນໜ້ານີ້ຈາກ Sony Network Communications ໃນເດືອນມິຖຸນາປີກາຍນີ້. ອີງຕາມຂໍ້ມູນຂອງບໍລິສັດ, ເງິນທຶນທີ່ຖືກລະດົມໃໝ່ນີ້ຈະຖືກນໍາໃຊ້ເຂົ້າເພື່ອເພີ່ມການຈ້າງຄົນທີ່ມີຄວາມສາມາດໃນລະດັບສູງ ແລະ ການພັດທະນາຜະລິດຕະພັນໃນພື້ນທີ່ Web3.

“ເງິນທຶນທີ່ລະດົມໄດ້ໃນຮອບນີ້ຈະຖືກໃຊ້ເພື່ອພັດທະນາຜະລິດຕະພັນ Web3 ແລະ ເປີດຮັບສະໝັກຜູ້ທີ່ມີພອນສະຫວັນອັນດັບຕົ້ນໆໃນທົ່ວໂລກ. ເຊິ່ງ Startale ໄດ້ລະດົມທຶນຈາກບໍລິສັດຊັ້ນນໍາໃນອາຊີ ໂດຍມີເປົ້າໝາຍໃນການຂຶ້ນເປັນບໍລິສັດ Web3 ຊັ້ນນໍາໃນອາຊີ ແລະ ສືມຕໍ່ໃນການພັດທະນາທຸລະກິດຂອງຕົນ” Startale Labs ສະຫຼຸບໃນແຜນການຂອງຕົນ.

Startale Labs ເປັນບໍລິສັດຊັ້ນນໍາໃນການປະຕິວັດ Web3, ໂດຍມີຊື່ສຽງຈາກການປະກອບສ່ວນໃນການພັດທະນາຂອງ Astar Network ເຊິ່ງເປັນແພລັດຟອມ blockchain ສາທາລະນະຊັ້ນນໍາໃນປະເທດຍີ່ປຸ່ນ. ນອກຈາກນີ້, ບໍລິສັດຍັງໄດ້ບັນລຸການຂະຫຍາຍຕົວທີ່ສໍາຄັນ ໃນການຈັດຫາໂຄງສ້າງພື້ນຖານ Web3 ເພື່ອສ້າງພື້ນຖານໂດຍຜ່ານການບໍລິການ Startale Web3 Cloud ແລະ ເມື່ອບໍ່ດົນມານີ້ ບໍລິສັດກໍໄດ້ປະກາດເປີດຕົວ Startale Web3 Cloud ເວີຊັນເບຕ້າຜ່ານການຮ່ວມທຶນກັບ Sony Network Communications.

ຫຼັງຈາກຂ່າວການຮ່ວມລົງທຶນໄດ້ຖືກເຜີຍແຜ່ອອກໄປ ສົ່ງຜົນໃຫ້ໂທເຄັນ ASTR ຂອງ Astar Network ປັບຕົວເພີ່ມຂຶ້ນຫຼາຍກວ່າ 5% ແລະ ມີການຊື້ຂາຍກັນຢູ່ທີ່ 0.168 ໂດລາ, ອີງຕາມຂໍ້ມູນຈາກ coinmarketcap.

ທີ່ມາ:

cryptobriefing

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/