Sky Connections ໄດ້ຂະຫຍາຍ ເສັ້ນທາງໃໝ່ຂອງສາຍການບິນ Vietjet ໃນທົ່ວປະເທດຈີນ ແລະ ເກົາຫຼີໃຕ້


*ໂປຣໂມຊັນພິເສດສຳລັບຄ່າໂດຍສານເລີ່ມຕົ້ນທີ່ 55 ໂດລາສະຫະລັດ ສຳລັບສາຍການບິນທັງໝົດ

(ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2024) –  ສາຍການບິນ Vietjet ໄດ້ສ້າງບາດກ້າວຄັ້ງໃໝ່ໃນການເຊື່ອມຕໍ່ສາຍການບິນຜ່ານ ພາກພື້ນອາຊີປາຊີຟິກ ດ້ວຍ​ການ​ເປີດ​ບໍລິການ​ໂດຍ​ກົງ​ແຫ່ງ​ທຳ​ອິດ ​ທີ່​ເຊື່ອມ​ຕໍ່​ ນະຄອນໂຮຈີ​ມິນ ​- Xi’an (ຈີນ) ​ແລະ ການ​ປະກາດ​ເສັ້ນທາງ Nha Trang – Daegu (ສ.​ເກົາຫຼີ), ການລິ​ເລີ່​ມດັ່ງກ່າວ​ໄດ້​ເສີມ​ຂະຫຍາຍ​ຄວາມມຸ່ງໝັ້ນຂອງ Vietjet ​ໃນ​ການ​ນຳ​ສະ​ເໜີ​ໂອກາດການ​ເດີນ​ທາງ ​ທີ່​ສະດວກ​ສະບາຍ ​ແລະ ລາຄາທີ່ເໝາະສົມ. ພ້ອມ​ທັງ​ເສີມ​ຂະຫຍາຍ​ການ​ເຊື່ອມຕໍ່ທາງ​ອາກາດ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ ລວມທັງປະເທດ​ລາວ.

ເພື່ອສະເຫຼີມສະຫຼອງໂອກາດນີ້ Vietjet ສະເໜີໂປຣໂມຊັນພິເສດ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 07 ກໍລະກົດ 2024 ດ້ວຍປີ້ຍົນໜຶ່ງລ້ານໃບ, ເລີ່ມຕົ້ນທີ່ 55 ໂດລາສະຫະລັດ (ລວມພາສີ ແລະ ຄ່າທຳນຽມ) ໃນທົ່ວເຄືອຂ່າຍຖ້ຽວບິນທັງໝົດ. ທ່ານສາມາດຈອງຖ້ຽວບິນ ໃນລະຫວ່າງວັນທີ 22 ສິງຫາ 2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກລັດຖະການ ແລະ ມື້ພັກອື່ນໆ) ຜ່ານທາງ www.vietjetair.com ແລະ ແອັບມືຖື Vietjet Air, ເຊິ່ງນີ້ເປັນໂອກາດທີ່ໜ້າຕື່ນເຕັ້ນສໍາລັບນັກທ່ອງທ່ຽວທີ່ວາງແຜນການເດີນທາງຄັ້ງຕໍ່ໄປ.

ພິທີປະກາດເສັ້ນທາງ Nha Trang – Daegu ນັ້ນແມ່ນ ກົງກັບວັນຄົບຮອບ 10 ປີຂອງ Vietjet ທີ່ໄດ້ດຳເນີນງານ ປະສົບຜົນສຳເລັດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ. ການ​ບໍ​ລິ​ການ​ເຊື່ອມ​ຕໍ່ ​ເມືອງ​ແຄມ​ທະ​ເລ Nha Trang ຂອງ​ຫວຽດ​ນາມ ກັບ​ເມືອງ Daegu ທີ່​ໃຫຍ່​ອັນ​ດັບ​ທີ 4 ຂອງ ສ.ເກົາຫຼີ. ເລີ່ມ​ແຕ່​ວັນ​ທີ 27 ຕຸລາ 2024 ແລະ ມີຖ້ຽວບິນ​ໄປ​ກັບ 7 ຄັ້ງ​ຕໍ່​ອາ​ທິດ, ທີ່ເປັນການເພີ່ມ​ທະວີເຄືອຂ່າຍການ​ບິນ ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ກວ້າງ​ຂວາງ.

ປັດຈຸບັນສາຍການບິນ Vietjet ແມ່ນຜູ້ປະກອບການໃຫຍ່ທີ່ສຸດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນດ້ານຄວາມສາມາດທາງອາກາດ, ທີ່ມີຖ້ຽວບິນເຊື່ອມຕໍ່ Ho Chi Minh City, Hanoi, Hai Phong, Da Nang, Nha Trang, Phu Quoc, Da Lat ກັບ Seoul, Busan ແລະ Daegu. ​ໃນ​​ປີທີ່ຜ່ານມາ ສາຍການບິນຫວຽດເຈັດໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ ​ລະຫວ່າງ​ສອງ​ປະ​ເທດ ເຊິ່ງໄດ້ຂົນ​ສົ່ງ​ຜູ້​ໂດຍສານ 10 ລ້ານ​ຄົນ​ ດ້ວຍບໍລິການປົກກະຕິ ​ໂດຍ​ກົງ ​ 37 ​ລາຍການ ພ້ອມຍັງຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ.

ນອກຈາກນັ້ນ, ໃນວັນທີ 01 ກໍລະກົດ, ການຂະຫຍາຍຕົວຂອງ Vietjet ໄປຍັງ ສ.ປ.ຈີນ ໄດ້ສືບຕໍ່ດ້ວຍນຳໃຊ້ຖ້ຽວບິນໂດຍກົງຈາກນະຄອນໂຮ່ຈີມິນ ເມືອງ​ໃຫຍ່​ຂອງ​ຫວຽດນາມ ໄປ​ເມືອງ Xi’an ​ເຊິ່ງ​ເປັນ​ເມືອງ​ປະຫວັດສາດ​ທີ່​ເກົ່າແກ່​ຂອງ​ ສ.ປ.ຈີນ ສາຍການບິນ Vietjet ເປັນສາຍການບິນດຽວທີ່ໃຫ້ບໍລິການເຊື່ອມຕໍ່ໂດຍກົງ ກັບ 4 ຖ້ຽວບິນໄປກັບຕໍ່ອາທິດ, ທີ່ພາຍຫຼັງ​ທີ່ໄດ້​ເປີດ​ບໍ​ລິ​ການ​ຢູ່​ນະຄອນ Shanghai ​ແລະ ​ເມືອງ Chengdu ໃນ​ຕົ້ນ​ປີ​ນີ້​.

ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ຍັງ​ສາ​ມາດ​ສຳ​ຜັດ​​ຄວາມສວຍສົດງົດ​ງາມ​ ທາງວັດ​ທະ​ນະ​ທຳ​ຂອງ​ສອງ​ປະ​ເທດ​ຜ່ານ​ເສັ້ນ​ທາງ​ໃໝ່​ຂອງ Vietjet ໃນ​ປີ​ນີ້. ເຊິ່ງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ, ກັບ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ແຕ່ລະຖ້ຽວບິນຈະໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ.

ຜູ້​ໂດຍສານ​ທີ່​ບິນ​ກັບການບິນ Vietjet ສາມາດ​ຮັບ​ປະທານ​ອາຫານ​ຫວຽດນາມ ​ແລະ ສາກົນ​ທີ່​ຫຼາກ​ຫຼາຍ, ​ໃນ​ນັ້ນ​ຈະມີເຝີ, ເຂົ້າຈີ່ ​ແລະ Ca Phe Sua Da (ກາເຟນົມເຢັນຫວຽດນາມ) ໃຫ້ບໍລິການ ໂດຍລູກເຮືອມືອາຊີບເທິງເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ຜູ້ໂດຍສານ Vietjet ທຸກຄົນຈະໄດ້ຮັບປະກັນໄພ SkyCare ຟຣີ ແລະ ສະມາຊິກ SkyJoy ເມື່ອຈອງໃນຊ່ວງໂປຣໂມຊັນນີ້ ອີກທັງຈະໄດ້ຮັບ 200 ຄະແນນເພື່ອແລກຂອງຂວັນ ແລະ ເຂົ້າຮ່ວມ ກິດຈະກໍາການຈັບສະຫຼາກລາງວັນ. (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ)

ຂໍ້ມູນເພີ່ມເຕີມທີ່ www.vietjetair.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/