ຮູບເງົາ Shazam! Fury of the Gods ຂອງຈັກກະວານ DCU ກາຍເປັນຮູບເງົາທີ່ມີລາຍໄດ້ເປີດຕົວໜ້ອຍທີ່ສຸດໃນຈັກກະວານ DC ໂດຍມີລາຍໄດ້ເປີດພຽງ 30,5 ລ້ານໂດລາເທົ່ານັ້ນ ເຊິ່ງໜ້ອຍກວ່າພາກທຳອິດເຖິງເຄິ່ງໜຶ່ງ.

Shazam! Fury of the Gods ເປັນພາກຕໍ່ຂອງຮູບເງົາເລື່ອງ Shamzam! ທີ່ສາມາດສ້າງປາກົດການໃນວົງການຮູບເງົາໄດ້ ແລະ ເປັນການກັບມາຮ່ວມງານກັນອີກຄັ້ງຂອງຜູ້ກຳກັບ David F.Sandberg ແລະ ນັກສະແດງທີມເກົ່າຄື Asher Angel ໃນບົດຂອງ Billy Bastson ເດັກນ້ອຍທີ່ສາມາດປ່ຽນແປງຮ່າງກາຍໃຫ້ກາຍເປັນຊຸບເປີຮີໂຣ Shazam! ແລະ ຍັງສາມາດກວາດລາຍໄດ້ໃນພາກທຳອິດທົ່ວໂລກໄປຮອດ 365,9 ລ້ານໂດລາ ຈາກທຶນສ້າງພຽງແຕ່ 100 ລ້ານໂດລາພຽງເທົ່ານັ້ນ.

ໃນສ່ວນຂອງຮູບເງົາ Shazam! Fury of the Gods ທີ່ເປັນພາກຕໍ່ນັ້ນ ທາງ The Hollywood Report ໄດ້ລາຍການວ່າ ລາຍໄດ້ເປີດຕົວຂອງຮູບເງົາດັ່ງກ່າວ ມີພຽງແຕ່ 30,5 ລ້ານໂດລາ ເຊິ່ງເປັນພຽງລາຍໄດ້ເຄິ່ງໜຶ່ງຂອງພາກທຳອິດ ແລະ ກາຍເປັນຮູບເງົາທີ່ມີລາຍໄດ້ເປີດຕົວທີ່ໜ້ອຍທີ່ສຸດຂອງຈັກກະວານ DCU (DC Universe) ຫາກບໍ່ນັບລາຍໄດ້ເປີດຕົວຂອງ Wonder Woman 1984 ແລະ The Suicide Squad ທີ່ເຂົ້າສາຍແບບຈຳກັດໂຮງ ເນື່ອງຈາກຢູ່ໃນສະຖານະການ ໂຄວິດ-19 ລະບາດ. ໃນສ່ວນຂອງລາຍໄດ້ທົ່ວໂລກນັ້ນຢູ່ທີ່ 65,5 ລ້ານໂດລາ ຈາກທຶນສ້າງ 125 ລ້ານໂດລາ.
ຂອບໃຈແຫຼ່ງຂໍ້ມູນຈາກ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/