Qualcomm ເປີດຕົວ Snapdragon 480 (8nm) Chipset 5G ລາຄາປະຢັດຮຸ່ນທຳອິດຂອງໂລກ


ຫຼ້າສຸດ Qualcomm ບໍລິສັດທີ່ຜະລິດກ່ຽວກັບອຸປະກອນເອເລັກໂທນິກ ແລະ ອຸປະກອນສື່ສານໂທລະຄົມມະນາຄົມ ຂາປະຈຳຂອງວົງການ ໄດ້ຊີງເປິດຕົວ Snapdragon 480 ຊິບເຊັດ 5G ໃນລາຄາປະຢັດຮຸ່ນທຳອິດຂອງໂລກ ຕັດໜ້າຄູ່ແຂ່ງອອກມາເປັນທີ່ຮຽບຮ້ອຍແລ້ວ.

Snapdragon 480 ຈະຖືກຜະລິດເທິງສະປັດຍະກຳຂະໜາດ 8 ນາໂນແມັດ (ຮຸ່ນກ່ອນໜ້າ 11 ນາໂນແມັດ) ມີ CPU ທັ້ງໝົດ 8 ແກນ ປະກອບດ້ວຍ Cortex-A76 @2.0GHz   ຈຳນວນ 2 ແກນ ແລະ ທີ່ເຫຼືອຈະເປັນCortex-A55 ຕົວປະຢັດພະລັງງານ @1.8GHz. ສ່ວນ CPU ຈະໄດ້ຮັບກາານອັບເກດມາເປັນ Adreno 619 ທີ່ທາງ Qualcomm ເຄມວ່າຈະແຮງກວ່າຕົວເກົ່າທີ່ຢູ່ໃນ Snapdragon 460 ຮຸ່ນກ່ອນເຖິງ 100% ດ້ວຍກັນ.

ຮອງຮັບ RAM ແບບ LPDDR4X  ທີ່ຄ່າຄວາມຖີ່ສູງສຸດ 2133MHz ຕົວປະມວນຜົນ AI ເປັນ Hexagon 686 DSP ທີ່ສະຫຼາດກວ່າເກົ່າເຖິງ 70% ແຖມຍັງມີ ISP ແບບ Triple ຄືກັບຮຸ່ນທັອບ Snapdragon 888 ທີ່ເປີດຕົວໄປເມື່ອຊ່ວງສິ້ນປີ 2020 ທີ່ຜ່ານມານີ້.

ແຕ່ໃນ Snapdragon 480 ຈະຮອງຮັບການຖ່າຍຮູບສູງສຸດທີ່ 64MP ຫຼື ຈະເປັນແບບ Dual – Mode 25+13MP ຫຼື Triple-Mode 13+13+13MP.

ສິ່ງທີ່ໜ້າເສຍດາຍຄື Snapdragon 480 ຈະຖ່າຍວີດີໂອໄດ້ທີ່ຄວາມລະອຽດສູງສຸດພຽງແຕ່ 1080p60 H.264/H.265 ເທົ່ານັ້ນ ຮອງຮັບໜ້າຈໍຄວາມລະອຽດ Full HD+ ແລະ ຄ່າ Refresh ທີ່ 120Hz

ຕາຕະລາງປຽບທຽບຊິບເຊັດ SNAPDRAGON 400  SERIES (ຮຽງຈາກເກົ່າໄປໃໝ່)

ຊິບຕົວປະຢັດຮຸ່ນທຳອິດຂອງໂລກທີ່ຮອງຮັບ  5G

ໂດຍ Snapdragon 480  ມາກັບໂມເດັມ X51  ໃນຕົວທີ່ສາມາດເຮັດຄວາມໄວ LTE ແບບ Downlink  ແລະ Uplink ໄດ້ສູງສຸດ 800 Mbps ແລະ 210Mbps ຕາມລຳດັບ ນອກນັ້ນຍັງຮອງຮັບການໃຊ້ງານ 5G ທັງແບບ Sub-6 ແລະ mmWave ອີກດ້ວຍ ເຮັດຄວາມໄວແບບ Downlink ແລະ Uplink ໄດ້ສູງສຸດ 2500Mbps ແລະ 660Mbps ເຊິ່ງຖືເປັນເລື່ອງແປກ (ແລະ ໜ້າຍິນດີຫຼາຍ) ທີ່ Snapdragon 480 ຮອງຮັບ 5G ແບບ mmWave ໄດ້ ທັ້ງທີ່ມີສະຖານະເປັນພຽງຊິບເຊັດລະດັບເລີ່ມຕົ້ນເທົ່ານັ້ນ.

SAMSUNG ຄືຄົນຜະລິດ SNAPDRAGON 480

ແລະ ຄົນທີ່ຜະລິດຊິບເຊັດຕົວນີ້ໃຫ້ກັບ Qualcomm ກໍບໍ່ແມ່ນໃຜນອກຈາກ Samsung ເຈົ້າເກົ່າທີ່ໄດ້ຮັບສຳປະທານຜະລິດຊິບໃຫ້ກັບບໍລິສັດສັນຊາດອາເມຣິກາໃນປີນີ້ນັ້ນເອງ.

ຄາດວ່າຊິບຕົວນີ້ຈະປະຢັດພະລັງງານບໍ່ກິນໄຟຫຼາຍແບບແນ່ນອນໂດຍເຊື່ອວ່າ HMD Global, OPPO, Vivo ແລະ OnePlus ກໍໜ້າຈະເປັນເຈົ້າທຳອິດທີ່ໄດ້ໃຊ້ຊິບເຊັດຮຸ່ນນີ້ໃນມືຖືຂອງຕົວເອງ.

ທີ່ມາ: https://droidsans.com/qualcomm-announces-snapdragon-480-first-budget-5g-soc/