Polygon ກຽມເປີດຕົວ “AggLayer” ໂປໂຕຄອນໃໝ່ທີ່ຈະເຊື່ອມຕໍ່ blockchains ເຂົ້າໄວ້ນຳກັນໃຫ້ກາຍເປັນ chain ດຽວ


ໃນວັນທີ 24 ມັງກອນທີ່ຜ່ານມາ, Polygon ໄດ້ລະບຸໃນບລັອກໂພສວ່າ AggLayer solution ທີ່ກໍາລັງຈະເປີດຕົວຢ່າງເປັນທາງການໃນເດືອນກຸມພາ ຈະມຸ່ງເນັ້ນໄປທີ່ການລວບລວມ zero-knowledge proofs ຈາກຫຼາຍ blockchain ເຂົ້າໄວ້ດ້ວຍກັນ ແລະ ອະນຸຍາດໃຫ້ນັກພັດທະນາສາມາດເຊື່ອມຕໍ່ layer 1 ແລະ 2 ມາລວມໄວ້ເປັນເຄືອຂ່າຍດຽວໄດ້.

ໃນດ້ານຜູ້ໃຊ້ງານ Polygon Labs ໄດ້ລະບຸວ່າ ການໃຊ້ງານຂອງໂປໂຕຄອນໃໝ່ນີ້ຈະຄ້າຍຄືກັບການນໍາໃຊ້ອິນເຕີເນັດໂດຍທົ່ວໄປ ເຊິ່ງຜູ້ໃຊ້ບໍ່ຈໍາເປັນຕ້ອງຕໍ່ bridging ໃຫ້ຫຍຸ້ງຍາກ ແລະ ເລື້ອຍໆເພື່ອໃຊ້ງານ chain ອື່ນໆ.

ໃນຕົວຢ່າງການໃຊ້ງານ AggLayer ຈະເປັນການໃຫ້ຜູ້ໃຊ້ ETH layer 2 X1 ທີ່ຖືຫຼຽນ Dai ສາມາດຊື້ NFTs ຜ່ານ Polygon’s zero-knowledge Ethereum Virtual Machine (zkEVM) ໂດຍບໍ່ຈໍາເປັນຕ້ອງເຊື່ອມຕໍ່ DAI ໄປຫາ zkEVM ກ່ອນ.

ທີມງານ Polygon Labs ກ່າວວ່າ “ຈາກມຸມມອງຂອງຜູ້ໃຊ້ງານ, ສິ່ງນີ້ຈະໃຫ້ຄວາມຮູ້ສຶກຄືກັບການໃຊ້ chain ດຽວກັນ. ເຊິ່ງຜູ້ໃຊ້ສາມາດໂຕ້ຕອບກັບ decentralized applications ໂດຍບໍ່ຈໍາເປັນຕ້ອງຮູ້ວ່າພວກເຂົາກໍາລັງໃຊ້ເຄືອຂ່າຍທີ່ແຕກຕ່າງກັນ”

ໂດຍສາເຫດທີ່ທາງ Polygon Labs ສ້າງ AggLayer ແມ່ນມາຈາກຄວາມເຊື່ອທີ່ວ່າ Blockchain ຄວນຈະເປັນ “ເຄືອຂ່າຍທີ່ເປັນໜຶ່ງດຽວ ແລະ ສາມາດປັບຂະໜາດໄດ້ສູງ” ຄ້າຍຄືກັນກັບອິນເຕີເນັດ. ແຕ່ໃນປັດຈຸບັນກັບ “ແຍກຕົວອອກຈາກກັນ ແລະ ຂາດຄວາມສາມາດໃນການເຮັດວຽກຮ່ວມກັນ” ເຮັດໃຫ້ຜູ້ໃຊ້ຕ້ອງປະເຊີນກັບປະສົບການໃຊ້ງານທີ່ບໍ່ດີ ແລະ ຄວາມສາມາດໃນການຂະຫຍາຍທີ່ຈໍາກັດ ເຊິ່ງ AggLayer ຈະຊ່ວຍພັດທະນາ blockchain ແບບ monolithic ແລະ modular ທີ່ເປັນທີ່ນິຍົມໃນປັດຈຸບັນ.

ສຳລັບເວີຊັນທໍາອິດຂອງ AggLayer ໄດ້ມີການກໍານົດຈະເປີດຕົວໃນເດືອນກຸມພາ, ຫຼັງຈາກນັ້ນກໍຈະປ່ອຍເວີຊັນທີສອງໃນທ້າຍປີນີ້ ແລະ ຈະສະໜັບສະໜູນການເຮັດທຸລະກໍາຂ້າມ chain ແບບ asynchronous.

ທີ່ມາ:

cointelegraph

polygon.technology

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/