LaoXFiles Ep9: ອຸບັດຕິເຫດຖ້ຽວບິນ AF447

Lao X Files
Lao X Files
LaoXFiles Ep9: ອຸບັດຕິເຫດຖ້ຽວບິນ AF447
Loading
/

Lao X Files Ep09 ຈະພາທ່ານໄປຟັງຄະດີ ຂ່າວຮ້າຍວົງການບິນ ກັບເຫດການຍົນຕົກຢູ່ປະເທດອິນໂດເນເຊຍ ທີ່ຖືວ່າເປັນເຫດການຄັ້ງໃຫຍ່ ແລະເປັນບົດຮຽນໃຫ້ແກ່ວົງການການບິນ ເຫດການນຶງເລີຍກໍວ່າໄດ້
.
ເຊິ່ງເຫດການທີ່ຈະຍົກມານີ້ແມ່ນອຸບັດຕິເຫດຂອງຍົນສາຍການບິນຝຣັ່ງ AF447 ທີ່ອອກເດີນທາງຈາກ ເມື່ອງຫລວງ ຣີໂອເເດີຈາເນໂຣ ຈາກປະເທດບຣາຊິວ ໄປສູ່ເມືອງປາຣີ ປະເທດຝຣັ່ງ ເຊິ່ງຕ້ອງບິນເປັນໄລຍະທາງ 11 ຊົ່ວໂມງ ແຕ່ກໍເກີດເຫດບໍ່ຄາດຝັນ ເມື່ອຍົນຕົກລົງສູ່ກາງມະຫາສິຫມຸດແອັດແລນຕິກ ເຮັດໃຫ້ມີຜູ່ເສຍຊີວິດທັງຫມົດ 228 ຄົນ ຈາກ 32 ປະເທດ

ເຊິ່ງເປັນອຸບັດຕິເຫດທີ່ສ້າງຄວາມຕື່ນຕົກໃຈໃຫ້ວົງການການບິນ ເພາະຍົນລຳນີ້ເປັນ Airbus A330 ທີ່ມີຄວາມທັນສະໄຫມ ແລະມີຄວາມປອດໄພສູງ ແລະໃຊ້ຫລາຍໃນການບິນທົ່ວໂລກ ສຸດທ້າຍຕ້ອງໃຊ້ເວລາຫລາຍກວ່າ 3 ປີໃນການເກັບກູ້ຊາກແລະສືບສວນເຖິງສາເຫດຂອງອຸບັດຕິເຫດຄັ້ງນີ້ ແລະຜົນທີ່ໄດ້ຖືເປັນບົດຮຽນຄັ້ງໃຫຍ່ຂອງວົງການການບິນ

ຕິດຕາມກັນໄດ້ໃນ Lao X Files EP09: ອຸບັດຕິເຫດຍົນຖ້ຽນບິນ AF447

ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: