LaoXFiles Ep10 ແຜນຊ້ອນແຜນ

Lao X Files
Lao X Files
LaoXFiles Ep10 ແຜນຊ້ອນແຜນ
Loading
/

Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ.

ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ ເມື່ອຕຳຫລວດແຈ້ງວ່າ ມີຄົນໄດ້ຍິນສຽງປືນໃນເຮືອນເຈົ້າແລ້ວແຈ້ງຕຳຫລວດ ຕຳຫລວດຈຶ່ງເຂົ້າກວດສອບແລະພົບວ່າຜົວຂອງເຈົ້າຖືກຂ້າຍິງເສຍຊີວິດແລ້ວ ແລ້ວໃຜເປັນຄົນຂ້າເກີດຫຍັງຂຶ້ນກັບຜົວຂອງລາວ ມາຕິດຕາມກັນໄດ້ໃນ Lao X Files EP10: ແຜນຊ້ອນແຜນ

ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: