
Lao X Files ໃນຕອນນີ້ຈະພາໄປຟັງເຫດການເມືອ 13ປີກ່ອນທີ່ປະເທດຍີ່ປຸ່ນ ປະມານ 9ໂມງແລງ ຂະນະທີ່ຕຳຫລວດກຳລັງຈະເຂົ້າກວດສອບ ທີ່ພັກອາໄສຂອງຜູ່ຕ້ອງຫາຄະດີລາຍນຶ່ງ ທີ່ມີການສືບສວນຈົນຮູ້ໂຕ ຕຳຫລວດກໍພົບເຫັນຊາຍຄົນນຶ່ງ ແລ່ນສວນອອກມາ ແລະແລ່ນຫນີຫາຍໂຕໄປຢ່າງວ່ອງໄວ ຕໍ່ຫນ້າຕໍ່ຕາຕຳຫລວດ 6 ຄົນ.
ຊາຍຄົນນັ້ນຄືເຈົ້າຂອງສະຖານທີ່ ທີ່ຕຳຫລວດກຳລັງຈະເຂົ້າໄປກວດສອບ ດ້ວຍຂໍ້ຫາຄາຕະກຳ ພາຍຫລັງຕຳຫລວດເຂົ້າກວດສອບເຮືອນຂອງຜູ່ກ່ຽວ ກໍພົບເກີບຜູ້ຍິງ ແລະເສັ້ນຜົມຜູ່ຍິງ ຢູ່ລະບຽງຫ້ອງມີອ່າງອາບນ້ຳເກົ່າ ທີ່ເຕັມໄປດ້ວຍຂີ້ດິນ ເມື່ອຂຸດດິນອອກ ຕຳຫລວດພົບສົບຂອງຜູ່ຍິງຄົນນຶ່ງ ເປັນຄົນອັງກິດຊື່ວ່າ ລິນຊີ ແອນ ຮັອກເກີ
ຊາຍທີ່ແລ່ນຫນີໄປຕໍ່ຫນ້າຕໍ່ຕາຕຳຫລວດນັ້ນມີຊື່ວ່າ ທັດສຶຍະ ອິຈິຮາຊິ ອາຍຸ 28 ປີ (ໃນຕອນເກີດເຫດ) ຕຳຫລວດຮູ້ຊື່ຮູ້ປະຫວັດຮູ້ຫນ້າ ຂອງຄາຕະກອນລາຍນີ້ທີ່ຫລົບຫນີ ແຕ່ລາວສາມາດຫນີການຈັບຂອງຕຳຫລວດຍີ່ປຸ່ນໄດ້ ເປັນໄລຍະເວລາເຖິງ 961 ມື້ ນັບເປັນຄະດີການຫລົບຫນີທີ່ຮືຮາແລະໂດ່ງດັງທີ່ສຸດເລື່ອງນຶ່ງໃນຍີ່ປຸ່ນ ລາວເຮັດແນວໃດ ທີ່ໄປທີ່ມາແນວໃດ ມື້ນີ້ເຮົາຈະມາຕິດຕາມນຳກັນໃນ Lao X Files ຕອນການຫລົບຫນີຂອງຄາຕະກອນ.
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
- YouTube Channel: youtube.com/laoxchannel?sub_confirmation=1
- ຟັງຜ່ານ Youtube: https://youtu.be/4qtvy6dlfSg
- ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files