Lao X Files Ep01 : ການຫາຍໂຕໄປຢ່າງປິດສະໜາຂອງສາວຜົມສີນ້ຳຕານ

Lao X Files
Lao X Files
Lao X Files Ep01 : ການຫາຍໂຕໄປຢ່າງປິດສະໜາຂອງສາວຜົມສີນ້ຳຕານ
Loading
/

Lao X Files EP01 : ການຫາຍໂຕໄປຢ່າງປິດສະໜາຂອງສາວຜົມສີນ້ຳຕານ
Lao X Files ຕອນທຳອິດນີ້ ຍົກເອົາຄະດີທີ່ເກີດຂຶ້ນຢູ່ ສະຫະລັດອາເມຣິກາ ເຊົ້າມື້ນຶ່ງມີຄົນໄປພໍ້ ຮ່າງຂອງຍິງສາວຜົມສີນ້ຳຕານ ທີ່ນອນເປື່ອຍຢູ່ປ່າຫຍ້າແຄມທາງ ພ້ອມຮ່າງກາຍທີ່ມີຮອຍຖືກທຸບຕີ ແລະບາດເຈັບປາງຕາຍ. ເມື່ອນຳສົ່ງໂຮງຫມໍ ແລະຍິງດັ່ງກ່າວໄດ້ສະຕິ ຕຳຫລວດຈຶ່ງເຂົ້າສອບຖາມທີ່ໄປທີ່ມາ ປະກົດວ່າຍິງຄົນດັ່ງກ່າວ ຈື່ບໍ່ໄດ້ວ່າເກີດຫຍັງຂຶ້ນ ແລະລາວໄປນອນຢູ່ປ່າຫຍ້ານັ້ນໄດ້ແນວໃດ ສິ່ງທີ່ຮູ້ມີພຽງແຕ່ຄືນນັ້ນ ລາວພັກຢູ່ໂຮງແຮມແຫ່ງນຶ່ງ ເຊິ່ງຫ່າງຈາກຈຸດເກີດເຫດເກືອບຊາວກິໂລແມັດ.

ຍິງຄົນນີ້ເປັນໃຜ ຄົນຮ້າຍແມ່ນໃຜ ໄປຕິດຕາມຟັງກັນໄດ້ໃນລາຍການ Lao X Files EP01: ການຫາຍໂຕໄປຢ່າງປິດສະຫນາຂອງສາວຜົມສີນ້ຳຕານ.

ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:

  • ເວັບໄຊ www.laox.la
  • YouTube Channel: https://bit.ly/3nmPJxL
  • ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files