ການແກ້ແຄ້ນຂອງສຸພາບບູລຸດ | LaoXFiles-Podcast EP13

Lao X Files
Lao X Files
ການແກ້ແຄ້ນຂອງສຸພາບບູລຸດ | LaoXFiles-Podcast EP13
Loading
/

Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ, ເພາະຖ້າວ່າສັງຄົມບໍ່ໃຫ້ໂອກາດລາວໄດ້ມີແຟນງາມ, ມີຄວາມຮັກ, ລາວຈະລົງໂທດມະນຸດໂລກທຸກຄົນ.