Dyatlov Pass “ທາງຜ່ານນາຮົກ” | LaoXFiles – Podcast EP15

Lao X Files
Lao X Files
Dyatlov Pass "ທາງຜ່ານນາຮົກ" | LaoXFiles - Podcast EP15
Loading
/

ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ ຮອດທຸກມື້ນີ້ກໍຍັງບໍ່ມີໃຜມີບົດສະຫລຸບວ່າເກີດຫຍັງຂຶ້ນແທ້ກັບພວກເຂົາ. ໄດ້ມີການແຈ້ງວ່າ 6 ຄົນແມ່ນຕາຍຍ້ອນຄວາມຫນາວ, ສ່ວນອີກ 3 ຄົນແມ່ນຕາຍຍ້ອນໄດ້ຮັບບາດເຈັບສາຫັດທາງຮ່າງກາຍ, ເຊັ່ນ: ຄົນຫນຶ່ງແມ່ນກະໂຫລກລ້າວ ແລະ ຫລັງຫັກ; ອີກຄົນແມ່ນແກ່ນຕາທັງສອງຂ້າງ ແລະ ລີ້ນຫາຍໄປ; ແລະ ອີກຄົນແມ່ນກະດູກຫນ້າເອີກແຕກ. ຈາກຮ່ອງຮ່ອຍທີ່ພວກເຂົາຖິ້ມໄວ້ເຮັດໃຫ້ນັກວິທະຍາສາດບໍ່ເຂົ້າໃຈວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາຕ້ອງຮີບຫນີອອກຈາກເຕັ້ນ ແລະ ຫນີໄປຈາກຈຸດຕັ້ງຫລັກຂອງພວກເຂົາ ແລະ ເປັນຫຍັງອີກສາມຄົນຄືບາດເຈັບສາຫັດແນວນັ້ນ. ຜູ້ຊ່ຽວຊານຫລາຍຄົນກະມີທິດສະດີຂອງຕົນເອງ ແຕ່ກໍບໍ່ມີທິດສະດີໃດທີ່ສາມາດຕອບຄຳຖາມໄດ້ຄົບຖ້ວນ.