OpenAI ກຽມເປີດບໍລິການຈ່າຍເງິນລາຍເດືອນ “ChatGPT Plus” ເລີ່ມຕົ້ນ 20 ໂດລາ ເພື່ອການໃຊ້ງານສະດວກວ່ອງໄວຂຶ້ນ

OpenAI

ຫຼັງຈາກ Open AI ປ່ອຍໃຫ້ຄົນທົ່ວໄປໃຊ້ Chat GPT chatbot ທີ່ສາມາດຕອບຄຳຖາມຂອງທ່ານໄດ້ເກືອບທຸກຢ່າງແລ້ວ ໃນໄລຍະທີ່ຜ່ານມາ ເຊິ່ງກະແສການຕອບຮັບນັ້ນເປັນໄປໄດ້ດີເກີນຄາດ ຈົນກາຍເປັນແພລັດຟອມທີ່ມີຍອດຄົນໃຊ້ຫຼາຍກວ່າ 1 ລ້ານຄົນ ໄວທີ່ສຸດໃນໂລກ.

ເນື່ອງຈາກມີຜູ້ໃຊ້ງານທີ່ເພີ່ມຂຶ້ນເລື້ອຍໆ ແລະ ເປັນຈຳນວນຫຼາຍ ຈຶ່ງອາດເຮັດໃຫ້ເກີດບັນຫາຕ່າງໆ ໄດ້ເຊັ່ນ ລະບົບອາດຈະມີການຊ້າໜ້ອຍໜຶ່ງ ແລະ ຜູ້ໃຊ້ຫຼາຍຄົນຍັງຕ້ອງຕໍ່ຄິວ ເພື່ອຖ້າເຂົ້າໃຊ້ງານ ChatGPT.

OpenAI

ຈົນຫຼ້າສຸດ ທາງ Open AI ໄດ້ຕັດສິນໃຈເປີດຕົວ ບໍລິການຈ່າຍເງິນແບບຫຼາຍເດືອນ (Subscription) ເລີ່ມຕົ້ນເດືອນລະ 20 ໂດລາ ຫຼື ປະມານ 320.000 ກີບ ເຊິ່ງຜູ້ທີ່ຍອມຈ່າຍເງິນຈະໄດ້ຮັບສິດທິປະໂຫຍດເຊັ່ນ: ບໍ່ຕ້ອງຕໍ່ຄິວເພື່ອຖ້າໃຊ້ງານ, ການໃຊ້ງານຕອບສະໜອງໄວກວ່າຄົນອື່ນໆ ແລະ ສາມາດເຂົ້າໃຊ້ງານຄວາມສາມາດໃໝ່ໄດ້ກ່ອນຄົນອື່ນ ເປັນຕົ້ນ.

OpenAI

ເຊິ່ງຕອນນີ້ “Chat GPT Plus” ຈະເລີ່ມໃຫ້ບໍລິການແຕ່ສະເພາະປະເທດສະຫະລັດອາເມຣິກາກ່ອນ ແລະ ຈະຂະຫຍາຍບໍລິການນີ້ໄປສູ່ພື້ນທີ່ອື່ນໆຕາມຫຼັງ.

ແຕ່ເຖິງຢ່າງໃດກໍຕາມ ເຖິງຈະມີລະບົບຈ່າຍເງິນ ແຕ່ສຳລັບຄົນທີ່ບໍ່ຈ່າຍເງິນ ກໍຍັງສາມາດເຂົ້າໃຊ້ງານ ChatGPT ແບບຟຣີ ໄດ້ຄືເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/