Open AI ເປີດຕົວ GPT-4 Omni ສາມາດຕອບໂຕ້ເຮົາຄືລົມກັບຄົນແທ້ໆ


Open AI ເປີດຕົວ GPT-4 Omni ໃນງານອີເວັ້ນທີ່ຊານຟຣານຊິໂກ ສະຫະລັດອາເມຣິກາ ທີ່ເອີ້ນຫຍໍ້ໄດ້ວ່າ GPT-4o ບໍລິສັດເດໂມເປີດຕົວຄວາມສາມາດໃໝ່ຂອງ GPT-4o ໃຫ້ເບິ່ງໃນຫຼາຍໆສະຖານະການທີ່ສະແດງໃຫ້ເຫັນວ່າ GPT-4o ສາມາດປະມວນຜົນທັງຂໍ້ຄວາມ, ສຽງ ແລະ ພາບໄປພ້ອມໆກັນໄດ້.

GPT-4 Omni ສາມາດໃຊ້ເປັນລ່າມໃນໂໝດສຽງ, ໃຫ້ເລົ່ານິທານໂດຍໃຊ້ນ້ຳສຽງໄດ້ຫຼາກຫຼາຍອາລົມ, ສອນເລກຜ່ານການແຊຣ໌ໜ້າຈໍ, ໃຊ້ເປັນກຳມະການໃນການຫຼິ້ນປາບຊຸ້ມ, ເປີດກ້ອງເພື່ອໃຫ້ GPT-4o ເຮັດຄວາມເຂົ້າໃຈສະພາບແວດລ້ອມອ້ອມຂ້າງ ແຕ່ທີເດັດຂອງມັນຄື ເຮົົາສາມາດຂັດຈັງຫວະລະຫວ່າງລົມກັບ GPT-4o ໄດ້ຕະຫຼອດເວລາຄ້າຍຄືລົມກັບມະນຸດ ໂດຍຈະເປີດໃຫ້ທຸກຄົນໄດ້ໃຊ້ຟຣີກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/