Nvidia ແຊງໜ້າ Microsoft ແລະ Apple ກາຍເປັນບໍລິສັດມະຫາຊົນທີ່ມີມູນຄ່າສູງທີ່ສຸດໃນໂລກ


Nvidia ຜູ້ຜະລິດຊັ້ນນໍາຂອງໜ່ວຍປະມວນຜົນກຣາບຟິກ ເຊິ່ງປັດຈຸບັນມີສ່ວນແບ່ງຕະຫຼາດປະມານ 80% ຂອງອຸດສາຫະກໍາຊິບ AI, ໄດ້ກາຍເປັນບໍລິສັດສາທາລະນະທີ່ມີມູນຄ່າສູງທີ່ສຸດໃນໂລກ ແຊງໜ້າສອງຍັກໃຫຍ່ຄື Microsoft ແລະ Apple.

ໃນປັດຈຸບັນ, ມູນຄ່າຕະຫຼາດຂອງ Nvidia ແມ່ນຢູ່ທີ່ປະມານ 3.34 ພັນຕື້ໂດລາ, ຫຼາຍກວ່າ Microsoft ທີ່ມີມູນຄ່າປະມານ 3.32 ພັນຕື້ໂດລາ ແລະ Apple 3.29 ພັນຕື້ໂດລາ.

ຮຸ້ນຂອງ Nvidia ໃນປັດຈຸບັນໄດ້ມີການຊື້ຂາຍກັນຢູ່ທີ່ 135 ໂດລາຕໍ່ຮຸ້ນຫຼັງຈາກການປັບອັດຕາສ່ວນຮຸ້ນເປັນ 10:1, ເຊິ່ງມີຜົນບັງຄັບໃຊ້ໃນຕົ້ນເດືອນມິຖຸນາ. ໂດຍກ່ອນໜ້ານີ້ ຮຸ້ນຂອງ Nvidia ມີການຊື້ຂາຍໃນເມື່ອກ່ອນຢູ່ທີ່ປະມານ 1,200 ໂດລາຕໍ່ຮຸ້ນ.

ການຕັດສິນໃຈປັບອັດຕາສ່ວນຮຸ້ນຂອງ Nvidia ນັ້ນກໍເພື່ອຊຸກຍູ້ໃຫ້ບໍລິສັດຕິດອັນດັບ ຢູ່ໃນດັດຊະນີ Dow Jones Industrial Average (DJIA), ເຊິ່ງເປັນດັດຊະນີແບບ weighted index ທີ່ມັກຈະເລືອກເອົາບໍລິສັດທີ່ມີລາຄາຮຸ້ນທີ່ບໍ່ສູງຈົນເກີນໄປ. ນີ້ແມ່ນເພື່ອປ້ອງກັນບໍ່ໃຫ້ບໍລິສັດໃດໜຶ່ງມີອິດທິພົນຫຼາຍເກີນໄປຕໍ່ຄ່າສະເລ່ຍຂອງດັດຊະນີ.

Nvidia ຍັງຄົງຄອງອັນດັບໜຶ່ງ ແລະ ຮັບປະກັນຄວາມໄວ້ວາງໃຈຈາກບໍລິສັດຊັ້ນນໍາ, ຊິບປະມວນຜົນກຣາບຟຣິກທີ່ມີປະສິດທິພາບຂອງ Nvidia ໄດ້ກາຍເປັນທາງເລືອກອັນດັບໜຶ່ງສໍາລັບຍັກໃຫຍ່ຂອງອຸດສາຫະກໍາຕ່າງໆເຊັ່ນ OpenAI, Google, Amazon ແລະ Microsoft. ເນຶ່ອງຈາກພວກເຂົາຕ້ອງການພັດທະນາລະບົບ ແລະ ໂຄງສ້າງພື້ນຖານດ້ານ AI ປັນຍາປະດິດແທນ.

ໃນປັດຈຸບັນ, Nvidia ກໍາລັງລາຍງານຜົນໄດ້ຮັບໃນໄຕມາດທີ 1 ຢ່າງເຂັ້ມແຂງ. ໂດຍສ້າງລາຍຮັບສຸດທິ 26 ຕື້ໂດລາສະຫະລັດ. ສິ່ງທີ່ໜ້າສົນໃຈກໍຄືລາຍຮັບດັ່ງກ່າວມາຈາກກຸ່ມທຸລະກິດ Data Center ຫຼາຍເຖິງ 22.6 ຕື້ໂດລາສະຫະລັດ.

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/