Microsoft ລົງທຶນ 1.7 ຕື້ໂດລາເພື່ອສະໜັບສະໜູນແຜນພັດທະນາ cloud ແລະ AI ໃນອິນໂດເນເຊຍ ມຸ່ງ​ໄປສູ່​ວິ​ໄສ​ທັດ “Golden Indonesia 2045”


Microsoft Corp. ປະກາດລົງທຶນ 1.7 ຕື້ໂດລາ ເພື່ອສ້າງໂຄງສ້າງພື້ນຖານ Cloud ແລະ AI ໃໝ່ໃນອິນໂດເນເຊຍ, ລວມເຖິງມີໂອກາດໃນການເຝິກອົບຮົມທັກສະ AI ສໍາລັບ 840,000 ຄົນ ແລະ ການສະໜັບສະໜຸນຊຸມຊົນນັກພັດທະນາທີ່ເຕີບໂຕໃນປະເທດ. ການລົງທຶນຄັ້ງຖືເປັນການລົງທຶນຄັ້ງທີ່ໃຫຍ່ທີ່ສຸດຂອງ Microsoft ໃນອິນໂດເນເຊຍໃນໄລຍະ 29 ປີຜ່ານມາ.

  • ການເຂົ້າຮ່ວມການຂັບເຄື່ອນວິໄສທັດ “Golden Indonesia 2045”

ໂຄງການ​ລິ​ເລີ່ມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ອິນ​ໂດ​ເນ​ເຊຍ​ບັນ​ລຸ​ວິ​ໄສ​ທັດ “Golden Indonesia 2045” ຂອງ​ລັດ​ຖະ​ບານ, ເຊິ່ງມີຈຸດປະສົງໃນ​ການ​ຫັນປ່ຽນ​ປະ​ເທດ​ໃຫ້ກາຍເປັນ​ສູນ​ກາງ​ເສດ​ຖະ​ກິດ​ທົ່ວ​ໂລກ.

“ເຕັກ​ໂນ​ໂລ​ຊີ AI ຮຸ່ນ​ໃໝ່​ນີ້ ກຳ​ລັງ​ປ່ຽນ​ວິ​ທີ​ການ​ດຳ​ລົງ​ຊີ​ວິດຂອງຜູ້ຄົນ ແລະ ​ການ​ເຮັດ​ວຽກ​ຂອງ​ຄົນ​ທົ່ວ​ໂລກ. ລວມທັງໃນປະເທດອິນໂດເນເຊຍອີກດ້ວຍ”, Satya Nadella ປະທານ ແລະ CEO ຂອງ Microsoft ກ່າວວ່າ “ການລົງທຶນທີ່ພວກເຮົາປະກາດຄັ້ງນີ້ ກວມເອົາພື້ນຖານໂຄງສ້າງດິຈິຕອນ, ການເຝິກອົບຮົມ ແລະ ການສະໜັບສະໜຸນຜູ້ພັດທະນາ. ເພື່ອທີ່ຈະຊ່ວຍໃຫ້ອິນໂດເນເຊຍປະສົບຜົນສໍາເລັດໃນຍຸກທີ່ທັນສະໄໝນີ້”.

Budi Arie Setiadi, ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງສາທາລະນະລັດອິນໂດເນເຊຍ ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຂອງອິນໂດເນເຊຍກັບ Microsoft ໃນການບັນລຸວິໄສທັດທີ່ທະເຍີທະຍານຂອງ Golden Indonesia 2045

 “ການຮ່ວມມືຂອງອິນໂດເນເຊຍກັບ Microsoft ໃນດ້ານ AI ແມ່ນສອດຄ່ອງກັບຄວາມທະເຍີທະຍານຂອງພວກເຮົາສໍາລັບອະນາຄົດທີ່ຂັບເຄື່ອນດ້ວຍນະວັດຕະກໍາດິຈິຕອນ. ພວກເຮົາ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ກັນໃນຄັ້ງນີ້​ຈະ​ເປີດ​​ໂອກາດ​ໃໝ່​ໆໃຫ້​ກັບ​ອິນ​ໂດ​ເນ​ເຊຍ.

Dharma Simorangkir ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ Microsoft ອິນ​ໂດ​ເນ​ເຊຍ ກ່າວ​ວ່າ “ການ​ລົງ​ທຶນ​ຂອງ​ພວກ​ເຮົາ​ສ້າງ​ຈຸດ​ໝາຍ​ໃໝ່​ສຳ​ລັບ​ພູມ​ສັນ​ຖານ​ດິ​ຈິ​ຕອນ​ຂອງ​ອິນ​ໂດ​ເນ​ເຊຍ.

  • ການກໍ່ສ້າງພື້ນຖານທີ່ໝັ້ນຄົງສໍາລັບການຫັນປ່ຽນເປັນ AI

ການລົງທຶນໃນພື້ນຖານໂຄງລ່າງດິຈິຕອນນີ້ໄດ້ຕໍ່ຍອດຈາກໂຄງການລິເລີ່ມ Berdayakan Indonesia (Empower Indonesia) ຂອງ Microsoft, ເຊິ່ງປະກາດໃນເດືອນກຸມພາ 2021, ເພື່ອເລັ່ງການເຕີບໂຕທາງເສດຖະກິດລວມ.

ການລົງທຶນທີ່ປະກາດຫຼ້າສຸດນີ້ຈະຊ່ວຍໃຫ້ Microsoft ຕອບສະໜອງຄວາມຕ້ອງການບໍລິການ Cloud Computing ທີ່ເພີ່ມສູງຂຶ້ນໃນປະເທດອິນໂດເນເຊຍ.

  • ສຸມໃສ່ທັກສະເພື່ອປົດລັອກທ່າແຮງຂອງເສດຖະກິດທີ່ຂັບເຄື່ອນດ້ວຍ AI

Microsoft ມີຄວາມຸ່ງໝັ້ນ​ຢ່າງ​ກວ້າງ​ຂວາງ​ໃນ​ການ​ສະໜອງ​ໂອກາດເຝິກ​ອົບຮົມ​ທັກ​ສະ AI ​ໃຫ້​ແກ່ 2,5 ລ້ານ​ຄົນ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ປີ 2025.

  • ເປີດ​ປະ​ຕູ​ສູ່​ທ່າ​ແຮງ AI ຂອງ​ອິນ​ໂດ​ເນ​ເຊຍ

Nadella ໄດ້ເນັ້ນໜັກເຖິງບົດບາດທີ່ສໍາຄັນຂອງນັກພັດທະນາຊອບແວໃນການໃຊ້ປະໂຫຍດຈາກ AI ເພື່ອເຕີມເຕັມສັກກະຍາພາບຂອງອິນໂດເນເຊຍໃນຖານະເປັນເສດຖະກິດດິຈິຕອນ.

  • ມຸ່ງໝັ້ນໄປສູ່ອະນາຄົດທີ່ມີຄວາມຮັບຜິດຊອບໃນຍຸກ AI

Microsoft ກໍາລັງເຮັດວຽກຮ່ວມກັບລັດຖະບານອິນໂດເນເຊຍ, ຂະແໜງສັງຄົມພົນລະເຮືອນ, ນັກວິຊາການ ແລະ ພັນທະມິດໃນອຸດສາຫະກໍາ ເພື່ອໃຫ້ໝັ້ນໃຈວ່າ AI ສາມາດເຮັດໜ້າທີ່ເປັນຜົນບັງຄັບໃຊ້ທີ່ດີໄດ້.

ທີ່ມາ:

news.microsoft

news.microsoft2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/