Matthew Vaughn ເຊື່ອວ່າ Deadpool 3 ຈະມາກອບກູ້ຈັກກະວານ MCU


Deadpool 3 ທີ່ກຳລັງຈະເຂົ້າສາຍໃນກາງປີນີ້ເປັນໜຶ່ງໃນໂປຣເຈັກ ທີ່ແຟນໆຊາວ MCU ຄາດຫວັງຫຼາຍທີ່ສຸດ ເພາະມັນຈະເປັນຄັ້ງທຳອິດທີ່ Deadpool ຈະໄດ້ປາກົດຕົວຄັ້ງທຳອິດໃນຈັກກະວານ Marvel Cinematic Universe (MCU) ເພາະຫຼ້າສຸດ Matthew Vaughn ຜູ້ກຳກັບຈາກ  X-Men: First Class (2011) ໄດ້ອອກມາເຜີຍວ່າ ຕົນເອງເຊື່ອວ່າ Deadpool 3 ຈະມາກອບກູ້ຈັກກະວານ MCU.

ໂດຍທາງຜູ້ກຳກັບສີມືດີຢ່າງ Matthew Vaughn ໄດ້ອອກມາສຳພາດຄັ້ງໃໝ່ໃນລາຍການ Post Credit ຂອງ BroBible ແລະ ໄດ້ມີໂອ້ລົມພ້ອມກ່າວວ່າ: “ຕົວຢ່າງບາງສ່ວນທີ່ຂ້ອຍຮູ້ກ່ຽວກັບ Deadpool ປະທະກັບ Wolverine ຂ້ອຍໝັ້ນໃຈວ່າການປະທະກັນໃນເທື່ອນີ້ມັນຕ້ອງສ້າງຄວາມສັ່ນສະເທືອນຈັກກະວານ MCU”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/