Mastercard ເດີນໜ້າຊຸກຍູ້ Fintech ໂດຍການສະໜັບສະໜູນສະຕາດອັບດ້ານ blockchain ແລະ ຊັບສິນດິຈິຕອນ 5 ແຫ່ງຜ່ານໂປຣແກຣມ Start Path


Mastercard ໄດ້ປະກາດຮັບສະໝັກບໍລິສັດສະຕາດອັບດ້ານ blockchain ແລະ ສິນຊັບດິຈິຕອນ 5 ແຫ່ງເພື່ອເຂົ້າຮ່ວມໂຄງການ Start Path Blockchain ແລະ Digital Assets, ເຊິ່ງເປັນໂຄງການທີ່ເລັ່ງລັດທຸລະກິດດ້ານ fintech ທີ່ແນໃສ່ “ການສຳຫຼວດກໍລະນີການນຳໃຊ້ຈິງໃນອະນາຄົດເພື່ອຂະຫຍາຍວິທີແກ້ໄຂບັນຫາໃນຮູບແບບໃໝ່ຮ່ວມກັບສະຕາດອັບທົ່ວໂລກ”

ສະຕາດອັບທີ່ເຂົ້າຮ່ວມໂຄງການຈະໄດ້ຮັບໂອກາດໃນການຮ່ວມມືກັບ Mastercard ແລະ ຜູ້ຊ່ຽວຊານດ້ານອຸດສາຫະກໍາ. ໄດ້ຮັບການເຝິກອົບຮົມອອກແບບພິເສດ ແລະ ເຂົ້າເຖິງລູກຄ້າ ແລະ ຊ່ອງທາງຕ່າງໆຂອງ Mastercard, ໂດຍໂຄງການຈະດໍາເນີນເປັນເວລາ 4 ເດືອນ.

Mastercard ໄດ້ເປີດຕົວໂຄງການ Start Path ໃນປີ 2014 ແລະ ໄດ້ສະໜັບສະໜູນຫຼາຍສະຕາດອັບໄປແລ້ວຫຼາຍກວ່າ 400 ແຫ່ງ ໃນ 54 ປະເທດໂດຍຜ່ານໂຄງການຕ່າງໆ. ເຮັດໃຫ້ Mastercard ກ້າວຂຶ້ນສູ່ການເປັນຜູ້ນໍາໃນແພລັດຟອມການຊຳລະເງິນຜ່ານ fintech ແລະ blockchain.

ສຳລັບສະຕາດອັບທີ່ເຂົ້າຮ່ວມໂຄງການ Start Path Blockchain ແລະ Digital Assets ໃນຮອບຫຼ້າສຸດປະກອບມີ:

  • Kulipa: ຜູ້ໃຫ້ບໍລິການຊໍາລະເງິນ ແລະ ອອກບັດ Crypto
  • Parafin: ບໍລິສັດຊອບແວ Blockchain
  • peaq: ບໍລິສັດ DePin ຫຼື decentralized physical infrastructure network (DePin)
  • Triangle: ບໍລິສັດແພລັດຟອມດ້ານຂໍ້ມູນ
  • Venly: ນັກພັດທະນາ Blockchain
  • Mastercard ສຸມໃສ່ກໍລະນີການນໍາໃຊ້ ແລະ ການທົດລອງເພື່ອແກ້ໄຂບັນຫາສະເພາະ.

ຮູບແບບການເງິນແຕ່ລະປະເພດ, ບໍ່ວ່າຈະເປັນເງິນທີ່ໄດ້ຮັບການຄວບຄຸມ ໄປຈົນເຖິງເງິນຝາກທະນາຄານ, Stablecoin ແລະ CBDC ລ້ວນມີຈຸດປະສົງທີ່ແຕກຕ່າງກັນ. Mastercard ກຳລັງເຊື່ອມໂຍງກັບຜູ້ຊ່ຽວຊານດ້ານອຸດສາຫະກໍາ ແລະ fintechs ເພື່ອຄົ້ນຫາກໍລະນີການນໍາໃຊ້ທີ່ແຕກຕ່າງກັນ ເພື່ອທີ່ຈະສາມາດຊ່ວຍແກ້ໄຂບັນຫາທີ່ເກີດຂຶ້ນໄດ້.

Mastercard ຍັງຄົງມຸ່ງໝັ້ນທີ່ຈະບຸກເບີກ ແລະ ສະໜັບສະໜູນນະວັດຕະກໍາໃນອຸດສາຫະກໍາ fintech ແລະ blockchain.

ການມີສ່ວນຮ່ວມໃນໂຄງການ Start Path Blockchain ແລະ Digital Assets ເປັນໂອກາດອັນລ້ຳຄ່າສໍາລັບສະຕາດອັບທີ່ມີທ່າແຮງໃນການຮ່ວມມືກັບ Mastercard ແລະ ຜູ້ຊ່ຽວຊານດ້ານອຸດສາຫະກໍາ ໃນການພັດທະນາວິທີການແກ້ໄຂໃໝ່ໆ ແລະ ເຂົ້າເຖິງຕະຫຼາດໃໝ່ໆ

ທີ່ມາ:

cointelegraph

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/