Mark Zuckerberg ກຽມປົດພະນັກງານຈໍານວນຫຼາຍ ຫຼັງຈາກຕ້ອງປະເຊີນກັບສະພາບເສດຖະກິດທີ່ຕົກຕໍ່າ


ຈາກສະຖານະການສົງຄາມລະຫວ່າງຣັດເຊຍ-ຢູເຄຣນ ທີ່ຍັງດໍາເນີນຢູ່ໃນຂະນະນີ້ ເຮັດໃຫ້ເສດຖະກິດທົ່ວໂລກມີການຜັນຜວນຢ່າງມະຫາສານ ເຊິ່ງ Meta ບໍລິສັດເທັກໂນໂລຢີຍັກໃຫຍ່ຂອງໂລກກໍເບິ່ງຄືວ່າໄດ້ຮັບຜົນກະທົບຈາກພິດສົງຄາມຄັ້ງນີ້ຢ່າງຮຸນແຮງ.

ເຊິ່ງນັ້ນເຮັດໃຫ້ Mark Zuckerberg CEO ຂອງ Meta ໄດ້ສົ່ງສັນຍານໄປບອກພະນັກງານຂອງບໍລິສັດວ່າ ຂະນະນີ້ບໍລິສັດກໍາລັງປະເຊີນກັບສະຖານະການທີ່ຮຸນແຮງຫຼາຍທີ່ສຸດກວ່າທຸກຄັ້ງທີ່ຜ່ານມາ ສົ່ງຜົນໃຫ້ບໍລິສັດຈໍາເປັນຕ້ອງລົດຂະໜາດອົງກອນ ໂດຍການເລີກຈ້າງວຽກແລະລົດຊັບພະຍາກອນລົງ.

ການສົ່ງສັນຍານເຕືອນເຖິງພະນັກງານນີ້ ແມ່ນມີຂຶ້ນຫຼັງຈາກທີ່ Mark Zuckerberg ເຂົ້າຮ່ວມປະຊຸມກັບພະນັກງານຈໍານວນ 77,800 ຄົນ ຜ່ານການ Videoconference ໂດຍລາວກ່າວຕໍ່ພະນັກວ່າ ຫຼັງຈາກນີ້ແຕ່ລະຄົນຈະຕ້ອງເຮັດວຽກດ້ວຍພະນັກງານທີ່ໜ້ອຍລົງ ແລະອາດຈະຕ້ອງຖືກປະເມີນຢ່າງເຂັ້ມຂຸ້ນຫຼາຍຂຶ້ນຕື່ມ.

“ຂ້ອຍຄິດວ່າພວກເຈົ້າບາງຄົນອາດຕັດສິນໃຈວ່າບໍລິສັດນີ້ບໍ່ເໝາະສົມກັບຕົນເອງ ແລະການຈະເລືອກຍ່າງອອກໄປເອງນັ້ນມັນໂອເຄສຳລັບຂ້ອຍ ໃນຄວາມເປັນຈິງແລ້ວກໍອາດຈະມີພະນັກຫຼາຍຄົນທີ່ບໍ່ຄວນຢູ່ກັບບໍລິສັດ”.

ຢ່າງໃດກໍດີ ຕາມແຜນເດີມຂອງທາງ Meta ແມ່ນຈະຈ້າງພະນັກງານໃນຕໍາແໜ່ງວິສະວະກອນລວມກັນ 10,000 ຕໍາແໜ່ງຈາກທົ່ວໂລກ ແຕ່ດ້ວຍການສະພາບເສດຖະກິດທີ່ຖົດຖອຍເຮັດໃຫ້ທາງບໍລິສັດຕ້ອງປັບປ່ຽນແຜນໃໝ່ໂດຍການຈ້າງພະນັກງານໃນຕໍາແໜ່ງດັ່ງກ່າວໃຫ້ລົດລົງເຫຼືອ 6,000-7,000 ຕໍາແໜ່ງເທົ່ານັ້ນ.


ທັງນີ້ ຜົນປະກອບການຂອງບໍລິສັດໃນພາກສ່ວນຂອງທຸລະກິດໂຄສະນາແມ່ນຕົກຕ່ຳລົງ ຫຼັງຈາກການປັບປ່ຽນດ້ານການຕັ້ງຄ່າຄວາມເປັນສ່ວນຕົວຂອງສະມາດໂຟນຢ່າງ Apple ເຮັດໃຫ້ທາງ Meta ເກັບຂໍ້ມູນການໃຊ້ງານຜ່ານ Facebook ແລະ Instagram ໄດ້ໜ້ອຍລົງ ເຊິ່ງຜົນທີ່ຕາມມາຄືກໍາໄລຂອງບໍລິສັດລົດລົງ 2 ໄຕມາດຕິດຕໍ່ກັນເປັນຄັ້ງທໍາອິດໃນຮອບ 10 ປີ. ພ້ອມນັ້ນ ມູນຄ່າຂອງບໍລິສັດກໍລົດລົງໄປເຖິງ 2.3 ແສນລ້ານໂດລາ ພາຍຫຼັງທີ່ Meta ເປີດເຜີຍຜົນປະກອບການທີ່ຕົກຕໍ່າໃນເດືອນກຸມພາທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/