Mariah Carey ຕໍ່ຍອດການເປັນຣາຊິນີເທສະການ Christmas ຂຶ້ນແຄັມເປນສົ່ງທ້າຍປີຂອງ Victoria’s Secret


ເມື່ອເຂົ້າຍາມໜາວເດືອນແຫ່ງ Christmas ແນ່ນອນວ່າບໍ່ມີໃຜຈະບໍ່ຄິດຮອດນັກຮ້ອງຄົນນີ້ ນັ້ນກໍຄື Mariah Carey ພ້ອມກັບຕອກຢ້ຳການເປັນຣາຊິນີເທສະການ Christmas ນີ້ເປັນການຂຶ້ນແຄັມເປນສົ່ງທ້າຍປີຂອງແບຣນ Victoria’s Secret ເພື່ອສະຫຼອງ Holiday Collection ທີ່ກຳລັງຈະເຂົ້າຮ້ານ.

ໂດຍໃນຮູບພາບເຊັດຂອງແຄັມເປນນີ້ທີ່ຖ່າຍໂດຍຊ່າງພາບມືທອງ  Ethan James Green ໂດຍທາງແມ່ Mariah ເອງກໍໄດ້ໃສ່ຊຸດຜ້າລູກໄມ້ແບບເປັນເຊັດ ກັບສີແດງອັນໂດ່ງດັງ ບອກເລີຍວ່າຕົວແມ່ ຕົວມານດານ ແລະ ຕົວໃຫ້ນົມບຸດແບບສຸດໆ.

ແນ່ນອນວ່າເດືອນນີ້ເປັນເດືອນຂອງແມ່ Mariah ເຈົ້າຂອງເພງອຳມະຕະ  All I Want For Christmas Is You ທີ່ບໍ່ວ່າຈະຜ່ານມາຈັກຍຸກກໍຍັງສາມາດກອບໂກຍລາຍໄດ້ຢ່າງຕໍ່ເນື່ອງ ແລະ ສ້າງໂປຣເຈັກຂຶ້ນມາແບບບໍ່ຢຸດໃນ ເທສະການ Christmas ນີ້.

ຂອບໃຈຂໍ້ມູນຈາກ:

–      Thestandard

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/