LVMH ເປີດຕົວແຊັດບັອດ ChatGPT ຮຸ່ນພິເສດສໍາລັບພະນັກງານພາຍໃນ ໂດຍມີຈຸດປະສົງເພື່ອນໍາໃຊ້ AI ສົ່ງເສີມພະນັກງານ


LVMH ບໍລິສັດສິນຄ້າຫຼູຫຼາສັນຊາດຝຣັ່ງ ໄດ້ປະກາດການເປີດຕົວແຊັດບັອດ ChatGPT ເວີຊັນພິເສດສໍາລັບພະນັກງານພາຍໃນເທົ່ານັ້ນ. ເຊີ່ງແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງບໍລິສັດທີ່ຈະໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອເພີ່ມປະສິດທິພາບຂອງມະນຸດ.

Axel de Goursac, ຜູ້ອໍານວຍການ AI FactoryI ຂອງ LVMH ຢືນຢັນວ່າ AI ບໍ່ໄດ້ຖືກອອກແບບມາເພື່ອທົດແທນພະນັກງານ. ແຕ່ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບເຂົາເຈົ້າ.

ເຖິງແມ່ນວ່າ AI ມີບົດບາດສໍາຄັນໃນອຸດສາຫະກໍາສິນຄ້າຫຼູຫຼາ, ແຕ່ LVMH ມຸ່ງໝັ້ນທີ່ຈະຮັກສາບົດບາດສໍາຄັນຂອງມະນຸດໃນຂະບວນການສ້າງສັນ, Axel de Goursac ອະທິບາຍວ່າ “ຂະບວນການສ້າງສັນຍັງເປັນມະນຸດ, ແຕ່ AI ແບບ Generative ສາມາດຊ່ວຍເສີມຂະບວນການນັ້ນໄດ້”.

LVMH ນຳໃຊ້ປະໂຫຍດຈາກ AI algorithms ແບບ Generative ເພື່ອເລັ່ງຄວາມໄວ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການນໍາເອົາຜະລິດຕະພັນໃໝ່ອອກສູ່ຕະຫຼາດເຊັ່ນ: ບໍລິສັດໃຊ້ AI ເພື່ອອອກແບບລວດລາຍ ແລະ ວັດສະດຸໃໝ່.

LVMH ໄດ້ໃຫ້ຄວາມາສຳຄັນກັບການເຝິກອົບຮົມພະນັກງານກ່ຽວກັບ AI, ໂດຍບໍລິສັດໄດ້ອົບຮົມພະນັກງານໄປແລ້ວ 1,500 ຄົນກ່ຽວການໃຊ້ AI ໃນປີ 2023 ແລະຄາດວ່າຈະເພີ່ມຈໍານວນຂຶ້ນເປັນ 10,000 ຄົນໃນສອງສາມປີຂ້າງໜ້າ.

ຄວາມຄິດລິເລີ່ມຂອງ LVMH ສອດຄ່ອງກັບທັດສະນະທີ່ກວ້າງຂຶ້ນວ່າ AI ຄວນຖືກໃຊ້ເພື່ອເພີ່ມກໍາລັງຂອງມະນຸດ ຫຼາຍກວ່າເອົາມາແທນທີ່

Robin Li, ຜູ້ຮ່ວມກໍ່ຕັ້ງ ແລະ CEO ຂອງ Baidu, ເຊື່ອວ່າ AI ໂດຍທົ່ວໄປ (AGI) ມີທ່າແຮງທີ່ຈະຊ່ວຍແກ້ໄຂບັນຫາການຫຼຸດລົງຂອງປະຊາກອນໂລກ.

ຄວາມສົນໃຈໃນ AI ຍັງຄົງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ໂດຍຫຼ້າສຸດເມື່ອບໍ່ດົນມານີ້, ບໍລິສັດຂອງ Elon Musk ໄດ້ລະດົມທຶນ 6 ຕື້ໂດລາໃນ Series B. ເງິນທຶນນີ້ຈະຖືກນໍາໃຊ້ເພື່ອພັດທະນາ chatbot Grok ຂອງບໍລິສັດໃຫ້ເປັນຄູ່ແຂ່ງ ChatGPT ໃນທ້າຍປີ 2024.

ການເຄື່ອນໄຫວຂອງ LVMH ໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການນໍາໃຊ້ AI ເພື່ອສ້າງຄວາມເຂັ້ມແຂງຂອງມະນຸດ ແລະ ໜ້າຈະເປັນແນວທາງສຳລັບບໍລິສັດອື່ນໆໃນອະນາຄົດ.

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/