LinkedIn ກາຍເປັນແຫຼ່ງລ່າເຫຍື່ອໃໝ່! ກົນໂກງໃໝ່ ທີ່ເຮັດໃຫ້ນັກເທຣດ Crypto ສູນເງິນໄປກວ່າ 6.7 ຕື້ກີບ


ນັກເທຣດ crypto ລາຍໜຶ່ງໄດ້ສູນເສຍເງີນໄປຫຼາຍກ່ວາ 310,000 ໂດລາ (ປະມານ 6.7 ຕື້ກີບ) ຫຼັງຈາກຖືກຫຼອກລວງຈາກເວັບເທຣດປອມໃນ Linkedin. ໂດຍການໃຊ້ວິທີການສະເໜີຫຼັກສູດ ວີທີການຫາລາຍໄດ້ຈາກການເທຣດ

ຜູ້ເຄາະຮ້າຍໄດ້ເວົ້າວ່າ ລາວໄດ້ຮູ້ຈັກເວັບເທຣດ crypto ທີ່ໃສ່ຊື່ວ່າ “Ethfinance” ໂດຍຜ່ານຄົນທີ່ລາວເພີ່ມເປັນເພື່ອນໃນ Linkedin , ຫຼັງຈາກນັ້ນ Scammer ກໍໄດ້ຫຼອກລວງຜູ້ເຄາະຮ້າຍໃຫ້ໂອນເງິນຫຼາຍກວ່າ 310,000 ໂດລາຈາກກະເປົາເງິນ DeFi ຂອງລາວໄປຫາແພລັດຟອມ ໂດຍອ້າງວ່າຈະຊ່ວຍເຮັດໃຫ້ມີກໍາໄລຈາກການເທຣດ.

ຢ່າງໃດກໍຕາມ, ເມື່ອເຫຍື່ອຕ້ອງການທີ່ຈະຖອນເງິນບາງສ່ວນອອກມາ, ກັບພົບຂໍ້ຄວາມແຈ້ງໃຫ້ໂອນເງິນ​ເພີ່ມ​ເຕີມ​ ເພື່ອ​ດຳເນີນການ Smart Contract ​ໃຫ້ສຳເລັດ. ຕໍ່ມາຜູ້ເຄາະຮ້າຍກໍເລິ່ມເອະໃຈ ແລະ ​ບໍ່​ໄດ້​ເຮັດຕາມທີ່ຂໍ້ຄວາມບອກ. ຫຼັງຈາກນັ້ນກໍພົບວ່າຕົນເອງຖືກຫຼອກລວງ, ບັນຊີຂອງຕົນເອງຖືກບລັອກ ແລະ ບໍ່ສາມາດຖອນເງິນອອກມາໄດ້.

ໜ່ວຍງານ Washington State Department of Financial Institutions (DFI) ລາຍງານວ່າເວັບໄຊ Ethfinance ເຄີຍຖືກແຈ້ງຮ້ອງຮຽນມາແລ້ວກ່ອນໜ້ານີ້, ໂດຍຜູ້ເຄາະຮ້າຍໄດ້ສູນເສຍເງິນໄປກວ່າ 165,000 ໂດລາ. Scammer ໄດ້ໃຊ້ວິທີການປອມຕົວເຂົ້າໄປເພື່ອສະເໜີຫຼັກສູດສອນເພື່ອຫາເງິນຈາກການຊື້ຂາຍ crypto.

ປັດຈຸບັນ, ເວັບໄຊ Ethfinance ຍັງຄົງເປີດໃຫ້ບໍລິການ ແລະ ຄາດວ່າ Scammers ຍັງຄົງຊອກຫາຜູ້ເຄາະຮ້າຍລາຍໃໝ່. ຜູ້ໃຊ້ Linkedin ຄວນລະມັດລະວັງ, ຢ່າຫຼົງເຊື່ອຂໍ້ຄວາມທີ່ຊັກຊວນໃຫ້ທ່ານລົງທຶນໃນ crypto ຈາກຄົນແປກໜ້າ

ວິທີປ້ອງກັນ:

  • ກວດເບິ່ງຂໍ້ມູນເວັບໄຊຢ່າງລະອຽດກ່ອນທີ່ຈະລົງທຶນ.
  • ລະວັງຂໍ້ຄວາມຊັກຊວນການລົງທຶນຈາກຄົນແປກໜ້າ.
  • ຮຽນຮູ້ກ່ຽວກັບ DeFi Wallet ແລະ Smart Contract.
  • ຢ່າໂອນເງິນໄປຫາເວັບໄຊທີ່ບໍ່ໜ້າເຊື່ອຖື.
  • ແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຖ້າຖືກຫຼອກລວງ.

ການສູນເສຍເງິນຈາກການລົງທຶນໃນ crypto ສາມາດເກີດຂຶ້ນໄດ້ຕະຫຼອດເວລາ. ຜູ້ໃຊ້ຄວນສຶກສາຂໍ້ມູນຢ່າງລະອຽດ ແລະ ລົງທຶນດ້ວຍຄວາມລະມັດລະວັງທຸກຄັ້ງ.

ທີ່ມາ:

cointelegraph

dfi.wa.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/