Leeteuk ວົງ Super Junior ເປີດເຜີຍວ່າມັກທັງຍິງ ແລະ ຊາຍ


Leeteuk ຕອບກັບຄອມເມັ້ນທີ່ວ່າ ມັກຜູ້ຍິງ ຫຼື ຜູ້ຊາຍ? ນີ້ຜ່ານ Live ໃນຊ່ອງ YouTube ສ່ວນຕົວ ໃນລະຫວ່າງທີ່ຢູ່ປະເທດໄທ ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ ເຊິ່ງລາວໄດ້ເວົ້າວ່າ “ມີຄອມເມັ້ນຖາມວ່າ ຂ້ອຍມັກຜູ້ຍິງ ຫຼື ຜູ້ຊາຍ? ຂ້ອຍມັກທັງສອງເລີຍ ແຕ່ບໍ່ໄດ້ເຈາະຈົງວ່າຈະເປັນເພດໃດແບບນັ້ນ ແລະ ຖ້າຫາກຂ້ອຍຕອບຄຳຖາມນີ້ກົງເກີນໄປມັນກໍອາດຈະເກີດການໂຕ້ຖຽງກັນຕ່າງໆ ຕາມມາ”

ແນວໃດກໍຕາມ ນີ້ອາດບໍ່ແມ່ນການປະກາດຕົວວ່າລາວເປັນເພດໃດ ແຕ່ກ່ອນໜ້ານີ້ເມື່ອປີ 2023 ລາວໄດ້ສະແດງຄວາມຄິດເຫັນໃຫ້ກໍາລັງໃຈແຟນຄລັບທີ່ເປັນທຣານເຈນເດີ (Transgender) ຢ່າງອົບອຸ່ນວ່າ ເຖິງແມ່ນລາວຈະບໍ່ເຂົ້າໃຈເລື່ອງຄວາມເຈັບປວດໄດ້ທັງໝົດ ແຕ່ລາວກໍບໍ່ຢາກໃຫ້ແຟນຄັບໂທດຕົນເອງ ແລະ ຢາກໃຫ້ແຟນຄັບເປັນຕົວຂອງຕົນເອງຢ່າງພາກພູມໃຈ ແລະ ຖ້າມີຫຍັງໃຫ້ລາວຊ່ວຍເຫຼືອ ລາວກໍພ້ອມທີ່ຈະຊ່ວຍເຫຼືອແຟນຄັບສະເໝີ.  ເອີ້ນໄດ້ວ່າ Leeteuk ເປັນຄົນດັງໃນວົງການບັນເທີງເກົາຫຼີໃຕ້ອີກໜຶ່ງຄົນທີ່ພ້ອມສະໜັບສະໜູນກຸ່ມຄົນຫຼາກຫຼາຍທາງເພດເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/