ໃນວັນທີ 14 ກຸມພາທີ່ຜ່ານມາ Ledger ໄດ້ປະກາດຮ່ວມມືກັບ Coinbase ໂດຍປະສົມປະສານລະຫວ່າງ Coinbase Pay ກັບແອັບ Ledger Live ເຂົ້າໄວ້ດ້ວຍກັນ. ເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ງານ ຫຼຸດຜ່ອນຄວາມຫຍຸ້ງຍາກຂອງຂະບວນການໂອນ crypto ຈາກ Coinbase ໄປຫາ Ledger Live, ເຮັດໃຫ້ຜູ້ໃຊ້ສາມາດຊື້ crypto ໄດ້ໂດຍກົງຜ່ານ hardware wallet.

ກ່ອນໜ້ານີ້, ການສົ່ງ crypto ຈາກ Coinbase ໄປຫາ Ledger Live ແມ່ນມີຄວາມຊັບຊ້ອນຫຍຸ້ງຍາກຫຼາຍ. ແຕ່ດ້ວຍຄຸນສົມບັດໃໝ່ນີ້ຈະຊ່ວຍໃຫ້ຜູ້ໃຊ້ Ledger ສາມາດຮັບເອົາ crypto ທີ່ໄດ້ຊື້ມາຈາກ Coinbase ເຂົ້າໄປໃນອຸປະກອນ Ledger ຂອງເຂົາເຈົ້າໂດຍກົງ, ພ້ອມກັບສາມາດເລືຶອກໃຊ້ວິທີການຊໍາລະເງິນທີ່ຕ້ອງການໄດ້ເຊັ່ນ: ACH, Visa, Mastercard, Maestro ແລະອື່ນໆ.
ຜູ້ໃຊ້ສາມາດຊື້ crypto ໃນລາຄາດຽວກັນກັບເວັບໄຊຂອງ Coinbase ແລະ ສາມາດຖອນມັນອອກໄປຫາອຸປະກອນ Ledger ຂອງເຂົາເຈົ້າດ້ວຍການຄລິກພຽງສອງສາມຄັ້ງ ໂດຍບໍ່ຈໍາເປັນຕ້ອງຜ່ານຂະບວນການ KYC.
Ian Roger CXO ຂອງ Ledger ກ່າວວ່າ
“ບໍລິສັດຕ້ອງການເຮັດໃຫ້ crypto ສາມາດເຂົ້າເຖິງຜູ້ບໍລິໂພກໄດ້ງ່າຍ ແລະ ຍັງຄົງຮັກສາຄວາມປອດໄພໄວ້ໄດ້. ໂດຍ Coinbase ແລະ Ledger ແມ່ນພຽງແຕ່ສອງບໍລິສັດ crypto ທີ່ເປີດໃຫ້ບໍລິການມາດົນກວ່າ 10 ປີ, ດັ່ງນັ້ນມັນຈຶ່ງບໍ່ແປກໃຈທີ່ພວກເຂົາທັງສອງຈະມີເປົ້າໝາຍດຽວກັນ ແລະ ການຮ່ວມມືກັນໃນຄັ້ງນີ້ຈະສົ່ງຜົນດີຕໍ່ທັງສອງຝ່າຍ”
ໃນຂະນະທີ່ Lauren Dowling ຫົວໜ້າຝ່າຍຜະລິດຕະຂອງ Coinbase Developer Payment Services ກໍໄດ້ສະແດງຄວາມຕື່ນເຕັ້ນຕໍ່ກັບການຮ່ວມມືກັນໃນຄັ້ງນີ້ ແລະ ສັງເກດເຫັນວ່າ Coinbase ກຳລັງມຸ່ງເນັ້ນໄປທີ່ການພັດທະນາພື້ນຖານໂຄງສ້າງຂອງຕົນ ເພື່ອໃຫ້ສາມາດຂະຫຍາຍໄດ້ ແລະ ມີຄວາມໜ້າເຊື່ອຖືຫຼາຍຂຶ້ນ ເພື່ອທີ່ຈະຂະຫຍາຍການເຂົ້າເຖິງ cryptocurrencies ແລະ ຊ່ວຍຂັບເຄື່ອນລະບົບການເງິນໃນຍຸກໃໝ່ຕໍ່ໄປ. ພວກເຮົາຍິນດີທີ່ຈະຮ່ວມມືກັບ Ledger ເພື່ອເຮັດໃຫ້ຜູ້ໃຊ້ສາມາດຊື້ crypto ໄດ້ຢ່າງປອດໄພຍິ່ງຂຶ້ນດ້ວຍ Coinbase Pay.
ຢ່າງໃດກໍຕາມ, ຄຸນສົມບັດໃໝ່ນີ້ໃນເບື້ອງຕົ້ນຈະເປີດໃຫ້ບໍລິການຢູ່ໃນສະຫະລັດ, ອັງກິດ, ຢູໂຣບ, ບຣາຊິວ, ນິວຊີແລນ, ອອສເຕຣເລຍ, ແຄນາດາ ແລະ ສິງກະໂປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/