Jung Kook BTS ກາຍເປັນສິລະປິນດ່ຽວທີ່ມີຍອດຂາຍທະລຸ 2,5 ລ້ານ ອາລະບ້ຳ


Jung Kook BTS ປະສົບຄວາມສຳເລັດຄັ້ງຍິ່ງໃຫຍ່ ດ້ວຍການເປັນສິລະປິນດ່ຽວຄົນທຳອິດໃນປະຫວັດສາດ Hanteo ທີ່ມີຍອດຂາຍທະລຸ 2,5 ລ້ານອາລະບ້ຳ ກາຍເປັນອີກຄົນໃນວົງການ K-POP ທີ່ປະສົບຄວາມສຳເລັດໃນເວທີລະດັບໂລກ.

ວັນທີ 15 ພະຈິກ 2023 ທີ່ຜ່ານມາໄດ້ມີລາຍງານວ່າ ຕາມສະຖິຕິຂອງ Hanteo Chart ໄດ້ລະບຸວ່າ ‘Golden’ ອາລະບ້ຳດ່ຽວຂອງ Jung Kook BTS ມີຍອດຂາຍທະລຸ 2,5 ລ້ານອາລະບ້ຳ ແລະ ມີຍອດຂາຍລວມທັງໝົດ 2,501,158 ຊຸດ.

ໂດຍເພງໃນອາລະບ້ຳດ່ຽວ ຕ່າງກໍໄດ້ຮັບຄວາມນິຍົມຢ່າງລົ້ນເຫຼືອ ບໍ່ວ່າຈະເປັນ “Seven” ຫຼື ເພງ ‘Standing Next to You’ ໄດ້ຮັບຄວາມນິຍົມທັງນອກ ແລະ ໃນປະເທດ ພ້ອມຍັງໄດ້ຮັບສຽງຊົມເຊີຍຈາກແຟນໆວ່າເພງມ່ວນ MV ເລີດແບບບໍ່ໄຫວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/