ໃນປີນີ້ ທາງ Victory Road ໄດ້ຈັດງານແຂ່ງຂັນ Pokemon World Cup ແບບທີມຊາດຂຶ້ນໃນຮູບແບບອອນລາຍ ແລະທີມທີ່ສາມາດຄວ້າເອົາຮາງວັນຊະນະເລີດມາໄດ້ ກໍຄືທີມຊາດໄທ ເຊິ່ງໃນທີມຊາດໄທນັ້ນມີສະມາຊິກທີ່ເປັນຄົນລາວ 1 ຄົນ ຊື່ວ່າ Jong Dae-Jung (ຈົງ ແດຈອງ) ລູກເຄິ່ງລາວ-ເກົາຫຼີ ອາຍຸ 21 ປີ ທີ່ໄດ້ໄປສະແດງຄວາມສາມາດ ດ້ວຍການແຂ່ງຂັນໃນເວທີລະດັບໂລກ. ພ້ອມນັ້ນຍັງເປັນບຸກຄົນຕາງໜ້າໃຫ້ແກ່ປະເທດລາວ ເປັນອີກບາດກ້າວໜຶ່ງໃນການສ້າງສັນຜົນງານທີ່ໜ້າພາກພູມໃຈ ແລະ ໄດ້ສ້າງຜົນງານອັນໂດດເດັ່ນໃນແຕ່ລະຮອບຂອງການແຂ່ງຂັນ.
ໃນການແຂ່ງຂັນ Pokemon World Cup ຄັ້ງນີ້ ມີທັງໝົດ 56 ປະເທດທີ່ເຂົ້າຮ່ວມ ແລະ ຜູ້ແຂ່ງຂັນແຕ່ລະປະເທດຕ່າງກໍເປັນ Proplayer ບໍ່ວ່າຈະຢູ່ໃນລະດັບພາກພື້ນ ແລະ ສາກົນ. ພ້ອມທັງມີ World Champion ເກົ່າ ແລະ ໃໝ່ ທີ່ເຕັມໄປດ້ວຍປະສົບການ, ຄວາມສາມາດເປັນຈຳນວນຫຼາຍຄົນ.
ພ້ອມນັ້ນ ຈົງແດຈອງ ຖືວ່າເປັນຄົນລາວທີ່ຄວາມສາມາດບໍ່ທຳມະດາ ເພາະສາມາດໄປໄກໄດ້ເຖິງລະດັບສາກົນ ເປັນທີ່ໜ້າຍ້ອງຍໍ ແລະເປັນແບບຢ່າງທີ່ດີໃຫ້ກັບໄວໜຸ່ມຜູ້ທີ່ສົນໃຈດ້ານ E-sports.

ຈົງແດຈອງ ລູກເຄິ່ງລາວ-ເກົາຫຼີ ອາໄສຢູ່ ນະຄອນຫຼວງວຽງຈັນ ສປປ ລາວ. ຜ່ານມາມີຜົນງານທີ່ໂດດເດັ່ນພໍສົມຄວນ ໂດຍໄດ້້ໄປແຂ່ງຫຼາຍລາຍການຮ່ວມກັບທີມຊາດໄທ (ສັງກັດຢູ່ທີມຊາດໄທ) ບໍ່ວ່າຈະເປັນ ລາຍການ Champion Tianjin Local Event (ຢູ່ປະເທດຈີນ), Top 8 Rose Tower Open #3 (ງານອອນລາຍ ຈັດຂຶ້ນໃນໄລຍະໂຄວິດ ແລະ ເປັນການແຂ່ງຂັນປະເພດດ່ຽວ), Top 4 Rose Tower June Challenge ແລະ ຫຼັງຈາກນັ້ນ ກໍບໍ່ໄດ້ແຂ່ງແບບທາງການ ເພາະຢູ່ໃນໄລຍະໂຄວິດ. ນອກຈາກນີ້ແລ້ວ ນ້ອງຍັງມີຄວາມສາມາດໃນດ້ານແຕ້ມອີກດ້ວຍ ແຕ້ມຮູບແບບ digital ແລະ ແບບ graphic ກໍໄດ້.
ສຳລັບການຊະນະແຂ່ງຂັນຄັ້ງນີ້ນ້ອງໄດ້ບອກຄວາມຮູ້ສຶກກັບ Lao X ວ່າ: “ຮູ້ສຶກພູມໃຈທີ່ສຸດ ທີ່ສາມາດຊະນະໃນຄັ້ງນີ້ໄດ້ ເພາະວ່າໄຊຊະນະຄັ້ງນີ້ເປັນຄັ້ງທຳອິດເລີຍທີ່ນ້ອງໄດ້ມີໂອກາດຖືກຄັດເລືອກໃຫ້ແຂ່ງເປັນຕົວແທນ ແລະ ນອກຈາກນີ້ແລ້ວ ຍັງໄດ້ພິສູດສີມືກັບ Proplayer ຈາກຫຼາຍໆປະເທດ ແລະ ໄດ້ເປັນທີ່ຍອມຮັບໃນ community ຂອງ Pokemon ຫຼາຍຂຶ້ນ. ພ້ອມນີ້ ນ້ອງດີໃຈທີ່ການຫຼິ້ນຂອງຕົນເອງໄດ້ຖືກກ່າວເຖິງຫຼາຍຄັ້ງ ແລະ ເຮັດໃຫ້ຄົນໄດ້ຮູ້ຈັກກັບປະເທດລາວເຮົາຫຼາຍຂຶ້ນ ວ່າມີຄົນຫຼິ້ນຈາກທຸກໆພາກພື້ນຂອງອາຊີຕາເວັນອອກສຽງໃຕ້ (SEA), ການໄດ້ເປັນ Champion ໃນຄັ້ງນີ້ ໄດ້ສະແດງໃຫ້ທົ່ວໂລກເຫັນວ່າຜູ້ຫຼິ້ນຈາກ SEA ກໍເກັ່ງຄືກັນ.”.

ສາມາດຕິດຕາມນ້ອງໄດ້ທີ່: https://cutt.ly/bV3FLfc
ສາມາດເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://cutt.ly/TV3RLza
ເບິ່ງວີດີໂອຢ້ອນຫຼັງໃນ 16 ທີມໄດ້ທີ່: https://cutt.ly/QV3RVkr
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment