Inside Out 2 ການກັບມາຂອງອາລົມຕ່າງໆ ພ້ອມຕົວລະຄອນໃໝ່


Inside Out ເປັນອີກໜຶ່ງຮູບເງົາກາຕູນທີ່ປະສົບຄວາມສຳເລັດຢ່າງຫຼວງຫຼາຍຂອງ Pixar ທີ່ສາມາດກວາດລາຍໄດ້ໄປທົ່ວໂລກສູງຮອດ 858 ລ້ານໂດລາ ແນ່ນອນກາລັນຕີຄຸນະພາບດ້ວຍຮາງວັນ Oscar ສາຂາອະນິເມຊັນດີເດັ່ນ ແລະ ຫຼ້າສຸດໄດ້ມີການປ່ອຍຕົວຢ່າງ Inside Out 2 ອອກມາຈົນໄດ້.

ໂດຍໃນຕົວຢ່າງເຮົາຈະເຫັນພາບວັນເກີດຄົບຮອບ 13 ປີ ຂອງ Riley ເດັກສາວທີ່ຕ້ອງພົບກັບການພັດທະນາທາງດ້ານອາລົມ ຕາມມາດ້ວຍຫ້ອງຄວບຄຸມໃໝ່ທີ່ຢູ່ພາຍໃນຫົວຂອງ Riley ແລະ ການເປີດຕົວຂອງຕົວລະຕອນໃໝ່ສີສົ້ມທີ່ເອີ້ນວ່າ Anxiety ຫຼື ອາການວິຕົກກັງວົນ ນັ້ນເອງ.

ສິ່ງທີ່ໜ້າສົນໃຈໃນ Inside Out 2 ນັ້ນຄືການຈະສ້າງແງ່ມຸມດ້ານອາລົມທີ່ປຽບທຽບໄປກັບການພັດທະນາທີ່ມີຄວາມຊັບຊ້ອນໃຫ້ອອກມາເບິ່ງງ່າຍ ແລະ ຈະໜ້າຕິດຕາມພຽງໃດກໍຕ້ອງຖ້າເບິ່ງກັນຕໍ່ໄປ ແລະ ເຊື່ອວ່າແຟນໆຫຼາຍຄົນຕ່າງກໍຕັ້ງໃຈລໍຖ້າຮູບເງົາເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/