Inside Out 2 ກວາດເງິນທົ່ວໂລກໄປເກືອບ 300 ລ້ານໂດລາ


Variety ໄດ້ລາຍງານວ່າຮູບເງົາອະນິເມຊັນ Inside Out 2 ເຮັດລາຍໄດ້ເປີດຕົວອາທິດທຳອິດໃນສະຫະລັດອາເມຣິກາ (ວັນທີ 14-16 ມິຖຸນາ 2024) ໄປຮອດ 155 ລ້ານໂດລາ ເຊິ່ງເປັນລາຍໄດ້ທີ່ສຸດທີ່ສູງໃນປີ 2024 ເຊິ່ງສາມາດແຊງໜ້າຮູບເງົາຍັກໃຫຍ່ຢ່າງເລື່ອງ ‘Dune: Part Two’ ທີ່ເຮັດໄວ້ທີ່ 82.5 ລ້ານໂດລາ ພ້ອມຍັງກາຍເປັນອະນິເມຊັນທີ່ມີລາຍໄດ້ເປີດຕົວສູງທີ່ສຸດຕະຫຼອດການເປັນອັນດັບທີ 2 ຮອງຈາກ ‘Incredibles 2’ ພຽງເທົ່ານັ້ນ.

ໂດຍລາຍໄດ້ລວມທົ່ວໂລກຂອງຮູບເງົາອະນິເມຊັນ Inside Out 2 ລວມທົງໝົດ 295 ລ້ານໂດລາ ຈາກທຶນສ້າງປະມານ 175-200 ລ້ານໂດລາ ແລະ ຈະມີຈຸດກຸ້ມທຶນຢູ່ທີ່ປະມານ 400 ລ້ານໂດລາ ເຊິ່ງໝາຍຄວາມວ່າ Inside Out 2 ກຳລັງເຂົ້າສູ່ເສັ້ນທາງກຳໄລຈາກການສາຍໃນອາທິດທຳອິດເທົ່ານັ້ນ ພ້ອມກັບມີການຄາດການວ່າລາຍໄດ້ທົ່ວໂລກຈະແຊງໜ້າ Inside Out ພາກທຳອິດທີ່ເຮັດໄວ້ທີ່ 857.6 ລ້ານໂດລາ.

ທີ່ມາ: https://www.beartai.com/buzz/movie/1401056

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/