IMF ຄາດ ເສດຖະກິດລາວ ຈະເຕີບໂຕຢ່າງແຂງແຮງ ຈາກການທ່ອງທ່ຽວ ແຕ່ຍັງມີສິ່ງທ້າທາຍຮອບດ້ານ


ກອງທຶນການເງິນສາກົນ (IMF) ໄດ້ສະຫຼຸບຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2024 ໂດຍຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະເຕີບໂຕຢ່າງແຂງແຮງ ຈາກການທ່ອງທ່ຽວ, ແຕ່ຍັງມີສິ່ງທ້າທາຍຮອບດ້ານ ໂດຍສະເພາະ ບັນຫາໜີ້ສາທາລະນະ.

ໂດຍບົດລາຍງານການປະເມີນດັ່ງກ່າວ ໄດ້ລາຍງານໃນກອງປະຊຸມ ສະຫຼຸບຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2024 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງຂອງ ສປປ ລາວທີ່ໄດ້ຮ່ວມເຮັດວຽກກັບຄະນະປະເມີນຂອງ IMF ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ຄະນະປະເມີນຂອງ IMF ໄດ້ລາຍງານຜົນການປະເມີນເບື້ອງຕົ້ນຂອງສະພາບເສດຖະກິດມະຫາພາກ, ທັດສະນະ, ສິ່ງທ້າທາຍ ແລະ ຄໍາແນະນໍາດ້ານນະໂຍບາຍຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ທີ່ ສປປ ລາວ ກໍາລັງປະເຊີນຢູ່ໃນປັດຈຸບັນ. ໃນນີ້, ຜົນການປະເມີນເບື້ອງຕົ້ນຂອງ IMF ໄດ້ຄາດຄະເນອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະມີທ່າຂະຫຍາຍຕົວຢ່າງແຂງແຮງໃນປີນີ້ ໂດຍໄດ້ຮັບທ່າແຮງສໍາຄັນຈາກຂະແໜງການທ່ອງທ່ຽວ ແລະ ຊັບພະຍາກອນ, ແຕ່ສະພາບເສດຖະກິດໂດຍລວມຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ລະດັບໜີ້ສິນສາທາລະນາ ແລະ ອັດຕາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງ, ບັນຫາການອ່ອນຄ່າຂອງເງິນກີບ ແລະ ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ.

ເພື່ອເປັນທິດທາງໃນການແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່າວມານັ້ນ, IMF ໄດ້ໃຫ້ຄໍາແນະນໍາທາງດ້ານນະໂຍບາຍແກ່ລັດຖະບານ ແນໃສ່ຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ ໂດຍເນັ້ນໃສ່ຄໍາແນະນໍາທາງດ້ານນະໂຍບາຍເງິນຕາ, ອັດຕາແລກປ່ຽນ, ນະໂຍບາຍຕິດພັນຂະແໜງການທະນາຄານ ແລະ ການເງິນພາກລັດ.

ໂດຍຕາມບົດລາຍງານການປະເມີນ ເສດຖະກິດມະຫາພາກຂອງ ສປປ ລາວ ຈາກ IMF ທີ່ເຜີຍແຜ່ເມື່ອວັນທີ 22 ພຶດສະພາທີ່ຜ່ານມານີ້ ໄດ້ລະບຸກ່ຽວກັບບັນຫາໜີ້ ສາທາລະນະຂອງ ສປປ ລາວວ່າ: ເຖິງວ່າຈະມີການລົບລ້າງການຂາດດຸນງົບປະມານເບື້ອງຕົ້ນ, ໜີ້ສິນສາທາລະນະໄດ້ເພີ່ມຂຶ້ນຕື່ມອີກ. ໂດຍ ສປປ ລາວ ມີໜີ້ສາທາລະນະ ແລະ ໜີ້ທີ່ຄໍ້າປະກັນໂດຍລັດ ຫຼື Public And Publicly Guaranteed debt (PPG) ​ເພີ່ມ​ຂຶ້ນ 16,4 ​%​ຂອງ GDP ​ແຕ່​ປີ 2020 ຫາ 2021 ​ແລະ ເພີ່ມຂຶ້ນອີກ 36,2 % ຂອງ GDP ​ແຕ່​ປີ 2021 ຫາ 2022 ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ການ​ອ່ອນຄ່າ​ຂອງ​ເງິນກີບ.

ໃນຕົ້ນປີ ທີ່ຜ່ານມາ, World bank ຫຼື ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານ ເສດຖະກິດ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານ ຄາດຄະເນເສດຖະກິດລາວຈະເຕີບໂຕໃນລະດັບ 4,1% ໃນປີ 2024, ແຕ່ສິ່ງທ້າທາຍຍັງຄົງຢູ່ຮອບດ້ານ ຍ້ອນໄພເງິນເຟີ້ທີ່ຖີບໂຕຂຶ້ນສູງ, ໜີ້ສິນພາຍນອກ ແລະ ການຂາດເຂີນແຮງງານ.

ໂດຍ ທະນາຄານໂລກ ລະບຸວ່າ ທ່າແຮງທີ່ເຮັດໃຫ້ເສດຖະກິດຟື້ນຟູກັບມາສ່ວນໃຫຍ່ແມ່ນຍ້ອນການເຄື່ອນໄຫວທາງດ້ານການທ່ອງທ່ຽວ, ການບໍລິການດ້ານຂົນສົ່ງ ແລະ ການຂົນສົ່ງທີ່ແຂງແຮງ ແລະ ການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ, ແຕ່ອັດຕາການເຕີບໂຕຍັງຕ່ຳກວ່າທີ່ຄາດໄວ້ໃນເມື່ອກ່ອນ.

ເງິນກີບໄດ້ສືບຕໍ່ຕົກຕໍ່າລົງໃນໄລຍະປີ 2023, ຫຼຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດຈົນເຖິງເດືອນຕຸລາ ເຊິ່ງສາເຫດແມ່ນຍ້ອນຄວາມບໍ່ສອດຄ່ອງກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໂດຍກົງ.

ນອກຈາກນີ້ ໜີ້ສິນຈາກຕ່າງປະເທດ ຈຳນວນຫຼາຍທີ່ເກີດຂຶ້ນຈາກການລົງທຶນໃນລະບົບພື້ນຖານໂຄງລ່າງຂອງປະເທດ ຍັງໄດ້ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຈາກຕ່າງປະເທດ ວ່າ ສປປ ລາວ ຈະສາມາດຊຳລະໜີ້ສິນເຫຼົ່ານັ້ນໄດ້ຫຼືບໍ່.

ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%) ຈາກການສືບຕໍ່ອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ.

https://www.facebook.com/BOL.GOVERNMENT/posts/pfbid08fXT3tr8AKp9DUKvhX6UgPr5sYCvxcr4RU7jrCdttW6FP87fnAn7xcbGRKZKrhX7l

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/